ເງື່ອນໄຂ ແລະ ອາຍຸກະສຽນຂອງຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ຂອງຫວຽດນາມ
March 1, 2021 - 3:43 PM
- ດ້ານອາຍຸກະສຽນຂອງຜູ້ສະໝັກຄັ້ງທຳອິດ:
– ຕ້ອງມີອາຍຸການ 2 ສະໃໝຂຶ້ນເມືອ ຫລື ຢ່າງໜ້ອຍຕ້ອງຄົບ 1 ສະໃໝ. ລາຍລະອຽດດັ່ງນີ້: ຜູ້ຊາຍອາຍຸ ບໍ່ໃຫ້ກາຍ 55 ປີ 3 ເດືອນ ແລະ ຜູ້ຍິງບໍ່ໃຫ້ກາຍ 50 ປີ 4 ເດືອນ.
- ຜູ້ທີ່ສະໝັກເລືອກຕັ້ງຄືນໃໝ່:
– ຕ້ອງມີອາຍຸກະສຽນໃຫ້ຄົບໜຶ່ງສະໃໝ, ຢ່າງໜ້ອຍມີອາຍຸການ 1/2 ຂອງສະໃໝ(30ເດືອນ)ຂຶ້ນເມືອ. ໝາຍຄວາມວ່າ: ຜູ້ຊາຍອາຍຸ ບໍ່ໃຫ້ກາຍ 57 ປີ 9 ເດືອນ, ຜູ້ຍິງ ບໍ່ໃຫ້ກາຍ 52 ປີ 10 ເດືອນ.
- ຕໍ່ກັບພະນັກງານຍິງ ທີ່ພັກຜ່ອນບຳນານແລ້ວ ຈະມີອາຍຸສູງກວ່າຄື:
ຖ້າສະໝັກຄັ້ງທຳອິດ,ມີອາຍຸບໍ່ໃຫ້ ເກີນ 55 ປີ 4 ເດືອນ. ສ່ວນ ກໍລະນີພິເສດ ຕ້ອງແມ່ນພາກສ່ວນທີ່ມີອຳນາດເປັນຜູ້ຕັດສິນ.