ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19

ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19 - 14 4 - ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19
ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19 - kitchen vibe - ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19

ປີ 2020 ເປັນປີລະບາດຂອງພະຍາດໂຄວິດ-19 ແຕ່ຄົນຮັ່ງມີທີ່ສຸດໃນຈີນເພີ່ມຂຶ້ນ 16%, ຊຶ່ງເປັນຕົວເລກສູງສຸດຂອງໂລກ.

ໜັງສືພິມ Wealth Report ຂອງບໍລິສັດໃຫ້ຄຳປຶກສາ Knight Frank ໃຫ້ຮູ້ວ່າ: ຈຳນວນຄົນຮັ່ງມີ ທີ່ມີຊັບສິນມູນຄ່າ 30 ລ້ານໂດລາຂຶ້ນເມືອຍັງສືບຕໍ່ເພີ່ມຂຶ້ນໃນປີ 2020, ໃນນັ້ນ ຈີນເພີ່ມຂຶ້ນ 16%, ອັນດັບ 2 ແມ່ນ ສະວີເດັນເພີ່ມ 11% ແລະ ອັນດັບ 3 ແມ່ນ ສິງກະໂປເພີ່ມ 10%.

ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19

ທ່ານ Martin Wong, ຮອງສະຖາບັນຄົ້ນຄວ້ວາ ແລະ ໃຫ້ຄຳປຶກສາຈາກສະຖາບັນ Knight Frank ໃຫ້ຮູ້ວ່າ: ໃນຮອບ 5 ປີທີ່ຜ່າມາ ຈີນມີຜູ້ທີ່ຮັງມີເພີ່ມຂຶ້ນ 137% ແລະ ຄາດວ່າຈະເພີ່ມຂຶ້ນ 46% ໃນ 5 ປີຕໍ່ໜ້າ. ເມື່ອຮອດປີ 2025 ຊັ້ນຄົນທີ່ຮັ່ງມີໃນຈີນຈະເພີ່ມຂຶ້ນເຖິງ 103.000 ຄົນ, ຢູ່ອັນດັບສອງຂອງໂລກ.

ທ່ານ Martin Wong ຍັງໃຫ້ຮູ້ອີກວ່າ: ສະຫະລັດອາເມລິກາຍັງຄົງເປັນປະເທດທີ່ມີຄົນທີ່ຮັ່ງມີທີ່ສຸດໃນໂລກ ຊຶ່ງຫຼາຍກວ່າ 180.000 ຄົນ ແລະ ຄາດວ່າຈະກວມເອົາ 24% ໃນ 5 ປີຕໍ່ໜ້າ.

ເຖິງແມ່ນ ຈີນຈະມີຄົນຮັ່ງມີເພີ່ມຂຶ້ນກໍຕາມ ແຕ່ບໍ່ທັນມີເມືອງໃດໃນຈີນຕິດຢູ່ 1 ໃນ 10 ເມື່ອງທີ່ມີຄົນຮັ່ງມີທີ່ສຸດໃນໂລກ. 3 ເມືອງໃຫ່ຍທີ່ມີຄົນຮັ່ງມີຫຼາຍທີ່ສຸດໃນໂລກໄດ້ແກ່: ລອນດອນ, ນິວຢອກ ແລະ ປາຣີ. ຮົງກົງຢູ່ອັນດັບທີ 5, ໃນຂະນະທີ່ ປັກກິງຢູ່ທີ 11 ແລະ ຊຽງໄຮ ຢູ່ອັນດັບທີ 14. ໃນຂະນະດຽວກັນຄົນທີ່ຮັ່ງມີໃນ ເຄຣັກ ຫຼຸດລົງເຖິງ 1/3 ໃນປີ 2020.

ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19 - 4 - ຈີນ ມີຄົນຮັ່ງເພີ່ມຂຶ້ນໃນໄລຍະ ໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!