ໂຄວິດເຮັດໃຫ້ທົ່ວໂລກສ້າງໜີ້ເພີ່ມເປັນປະຫວັດສາດ
ສະຖາບັນການເງິນສາກົນ (IIF) ລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ໜີ້ສິນທົ່ວໂລກເພີ່ມຂຶ້ນ 24 ຕື້ໂດລາສະຫະລັດ ໃນໄລຍະປີຜ່ານມາ ໂດຍມີມູນຄ່າລວມ 281 ຕື້ໂດລາສະຫະລັດ ຢູ່ລະດັບສູງສຸດເປັນປະຫວັດສາດ ໂດຍອັດຕາສ່ວນໜີ້ຕໍ່ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 35% ຢູ່ລະດັບສູງກວ່າ 355%.
ໂດຍສະຖາບັນການເງິນສາກົນໄດ້ຕີລາຄາວ່າ: ການໃຊ້ຈ່າຍຂອງພາກລັດທົ່ວໂລກມີອັດຕາການສ້າງໜີ້ເພີ່ມຂຶ້ນປະມານເຄິ່ງໜຶ່ງ. ຂະນະທີ່ບໍລິສັດ, ທະນາຄານ ແລະ ຄົວເຮືອນສ້າງໜີ້ທັງໝົດ 5,4 ຕື້ໂດລາສະຫະລັດ, 3,9 ຕື້ໂດລາສະຫະລັດ ແລະ 2,6 ຕື້ໂດລາສະຫະລັດ ຕາມລຳດັບ.
ສົ່ງຜົນໃຫ້ໃນປີຜ່ານມາ ທ່າມກາງວິກິດການແຜ່ລະບາດຂອງໂຄວິດ-19 ໜີ້ສິນທົ່ວໂລກເພີ່ມຂຶ້ນເປັນປະຫວັດສາດຫລາຍກວ່າໃນໄລຍະວິກິດເສດຖະກິດໂລກເມື່ອປີ 2008 ແລະ 2009 ເຊິ່ງໃນຂະນະນັ້ນ ອັດຕາສ່ວນໜີ້ຕໍ່ GDP ເພີ່ມຂຶ້ນ 10% ແລະ 15% ຕາມລຳດັບ.
ສະຖາບັນການເງິນສາກົນຍັງໄດ້ຄາດຄະເນວ່າ: ໃນປີນີ້ ລະດັບການກູ້ຢືມຈະຍັງເພີ່ມຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກອັດຕາດອກເບ້ຍທີ່ຍັງຢູ່ໃນລະດັບຕໍ່າ.