ສ່ວຍສາອາກອນແຂວງໄຊຍະບູລີເກັບລາຍຮັບລື່ນແຜນດັດແກ້ 16,16% ຫລື ເປັນເງິນ 28 ຕື້ກວ່າກີບ
ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈໍາແຂວງໄຊຍະບູລີ ລາຍງານຕໍ່ກອງປະຊຸມ ສະຫຼຸບວຽກງານປະຈໍາປີ 2020 ແລະ ທິດທາງແຜນການປີ 2021ວັນທີ 26 ກຸມພາ 2021 ນີ້ວ່າ: ໄລຍະປີ 2020 ຜ່ານມາໄດ້ປະຕິບັດແຜນດັດແກ້ ໄລຍະ 6 ເດືອນ 174,51 ຕື້ກີບ ເຊິ່ງ ປະຕິບັດໄດ້ລື່ນຄາດໝາຍ 16,16% ເປັນເງິນ 28,19 ຕື້ກວ່າກີບ, ລາຍຮັບສ່ວນຫລາຍແມ່ນໄດ້ຈາກ ການນໍາເຂົ້ານໍ້າມັນເຊື້ອໄຟ, ລາຍຮັບຈາກວິສາຫະກິດໄຟຟ້າລາວສາຂາແຂວງໄຊຍະບູລີ, ລາຍຮັບຈາກບໍລິສັດຕ່າງແຂວງທີ່ມາເຄື່ອນໄຫວຢູ່ແຂວງ, ລາຍຮັບຂອງແຂວງທີ່ອານຸມັດຢູ່ສູນກາງ, ລາຍຮັບຈາກສູນກາງຮັບຊ່ວຍທີ່ບໍ່ນອນຢູ່ແຜນ.
ນອກນີ້ຍັງສາມາດຄົ້ນຄວ້າເຫັນບັນຫາສິ່ງທ້າທາຍ ແລະ ຄົງຄ້າງເຊັ່ນ: ບັນຫາທະບຽນວິສາຫະກິດ ແລະ ທະບຽນສ່ວຍສາອາກອນບໍ່ກົງກັນ, ການຂຶ້ນ ແລະ ຕໍ່ທະບຽນປີ 2020 ເມື່ອທຽບໃສ່ປີ 2019 ເຫັນວ່າປະຕິບັດບໍ່ໄດ້ຄາດໝາຍ; ສັງລວມແລ້ວປີ 2019 ມີຫົວໜ່ວຍທີ່ຂຶ້ນ ແລະ ຕໍ່ທະບຽນທັງໝົດ 2.949 ຫົວໜ່ວຍ, ປີ 2020 ປະຕິບັດໄດ້ 2.266 ຫົວໜ່ວຍ, ຍັງຄ້າງບໍ່ທັນຕໍ່ທະບຽນມີເຖິງ 1.594 ຫົວໜ່ວຍ.
ປີ 2021 ນີ້ ຄາດໝາຍສູ້ຊົນແຜນການເກັບລາຍຮັບສ່ວຍສາອາກອນ ຕາມການແຈ້ງແຜນຂອງກົມມີຈໍານວນ 220 ຕື້ກີບ, ສູ້ຊົນຕື່ມ 5,5 ຕື້ກີບ, ພະແນກການເງິນມອບໃຫ້ອາກອນສູ້ຊົນ 5 ຕື້ກີບ, ຊັບສິນສູ້ຊົນຕື່ມ 500 ລ້ານກີບ, ທຽບໃສ່ແຜນດັດແກ້ເພີ່ມຂຶ້ນ 29,31% ຫຼື ເທົ່າກັບ 51 ຕື້ກີບ.