ວາງສີລາລຶກໂຄງການກໍ່ສ້າງໂຮງໝໍແຂວງໄຊສົມບູນ
ພິທີວາງສີລາລຶກໂຄງການກໍ່ສ້າງໂຮງໝໍແຂວງໄຊສົມບູນ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ີເດີ່ນໂຮງໝໍແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ເລັ່ງຊົ່ງ ຕົ່ງສີ ປະທານແນວລາວສ້າງຊາດແຂວງ, ທ່ານ ດຣ ຢ່າງຮື ຊາວາ ອຳນວຍການໂຮງໝໍແຂວງ, ທ່ານ ຫງວຽນ ວັນເຫືອງ ຮອງຜູ້ອຳນວຍການບໍລິສັດກໍ່ສ້າງ ໂກເອກໂກລາວ ຈຳກັດ ຜູ້ດຽວ.
ໂອກາດນີ້, ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສຳຄັນກ່ຽວກັບການປຸກສ້າງໂຮງໝໍ ເນື່ອງຈາກວ່າໂຮງໝໍເປັນບ່ອນຮັກສາສຸຂະພາບ, ຮັກສາຊີວິດອິນຊີຂອງໝົດທຸກຄົນ ກ່ອນຄົນເຮົາຈະມີໃບໜ້າຍິ້ມແຍ້ມແຈ່ມໃສໄດ້ ກໍຕໍ່ເມື່ອມີສຸຂະພາບແຂງແຮງດີ, ນັ້ນແມ່ນໄດ້ມາຈາກການທີ່ມີໂຮງໝໍໄວ້ຄອຍບໍລິການສຸຂະພາບ ຊຶ່ງການປຸກສ້າງໂຮງໝໍແຂວງໄຊສົມບູນແຫ່ງນີ້ຈະເປັນສະຖານທີ່ເຮັດວຽກຂອງແພດໝໍ ແລະ ສາມາດຮອງຮັບຄົນເຈັບທີ່ມາປິ່ນປົວ ແລະ ນອນໂຮງໝໍ ໃຫ້ມີຄວາມສະດວກສະບາຍໃນການປິ່ນປົວສຸຂະພາບຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມນີ້ ປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນຈະໄດ້ຮັບການບໍລິການປິ່ນປົວ, ດູແລ ແລະ ຮັກສາສຸຂະພາບເປັນຢ່າງດີຈາກການບໍລິການຂອງແພດໝໍທີ່ເຮັດໜ້າທີ່ແນວໜ້າ ເພື່ອຕໍ່ສູ້ຕ້ານສັດຕູທາງສຸຂະພາບໃຫ້ຊາວແຂວງໄຊສົມບູນໄດ້ມີສຸຂະພາບທີ່ແຂງແຮງ ແລະ ປາສະຈາກໂລກໄພໄຂ້ເຈັບຕ່າງໆ. ສຳລັບໂຄງການກໍ່ສ້າງໂຮງໝໍແຂວງໄຊສົມບູນ ເປັນໂຄງການໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກປະເທດ ສ.ສ ຫວຽດນາມ ລວມມູນຄ່າການກໍ່ສ້າງທັງໝົດ 159 ຕື້ດົງ ແລະ ທຶນສົມທົບຂອງລັດຖະບານລາວ 2% ໂດຍແມ່ນບໍລິສັດ ໂກເອກໂກ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.