ມະຫາເຈົ້າຊີວິດ ແອຟຣິກກາ ຊື້ລົດ Rolls Royces ເປັນຂອງຂວັນໃຫ້ພັນລະຍາ
ຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ມີນານີ້ ໃຫ້ຮູ້ວ່າ ມະຫາເຈົ້າຊີວິດ Mswati III ຂອງລັດ Eswatini ຊຶ່ງເປັນລັດນ້ອຍກວ່າ 70% ຂອງພົນລະເມືອງໃນຊົນນະບົດ, ໄດ້ຊື້ລົດ ຫຼູ Rolls-Royce ພາບດຽວ 19 ຄັນ ທີ່ມີລາຄາແພງສຸດ ຈົນກາຍເປັນຄວາມສົນໃຈຂອງສັງຄົມ.
ເຈົ້າຊີວິດ Mswati III ເຄີຍມີຊື່ສຽງໂດ່ງດັງວ່າເປັນຜູ້ທີ່ມີແບບແຜນດຳລົງຊີວິດ ຟູມເຟືອຍ ໃນຂະນະທີ່ ຈົກເງິນ 45 ລ້ານໂດລາຊື້ເຮືອບິນສ່ວນຕົວ, ຊື້ລົດ ແລະ ວັດຖຸສິງຂອງທີ່ມິຄ່າຫຼູຫຼາຫຼາຍຢ່າງ. ໃນລະຫວ່າງມໍ່ໆມານີ້ ເຂົາໄດ້ຊື້ລົດຫຼູ Rolls-Royce 19 ຄັນພາບດຽວ.
ກ່ອນໜ້ານີ້ ເມື່ອອາຍຸຂອງເຂົາຍັງຢູ່ໃນໄວ 36 ປີ, ເຂົາຊື້ ລົດກີລາ BMW 10 ຄັນ ໃນຕະກຸນ 5 ໃຫ້ກັບເມຍ 10 ຄົນ ຕົກເປັນເງິນທັງໝົດ 820.000 ໂດລາ, ພ້ອມດຽວກັນນັ້ນ ເຂົາກໍຖືກວິຈານຈາກສັງຄົມພາຍໃນປະເທດຢ່າງຮ້າຍແຮງ ທີ່ຊື້ລົດຫຼູໃໝ່ຫຼ້າສຸດ 500.000 ໂດລາໃຫ້ຕົນເອງ. ປີ 2005 ເຂົາຊື້ລົດ Maybach 62 ມູນຄ່າ 500.000 ໂດລາຈາກກຸ່ມບໍລິສັດ DaimlerChrysler.