ຮູ້ແລ້ວ! ຄູໃນຄລິບ

ຮູ້ແລ້ວ! ຄູໃນຄລິບ - kitchen vibe - ຮູ້ແລ້ວ! ຄູໃນຄລິບ

______
ວັນທີ 2 ກຸມພາ 2021 ສື່ສັງຄົມອອນລາຍໄດ້ເຜີຍແຜ່ຄລິບສາວຄູສະແດງພຶດຕິກໍາບໍ່ເໝາະສົມຕໍ່ເດັກນັກຮຽນ ໂດຍການການຈັບແຂນຫິ້ວລາກ, ແກ້ໂສ້ງນັກຮຽນ ແລະ ຫວ່ານເຂົ້າໜົມລົງພື້ນໃຫ້ນັກຮຽນເກັບກິນ ຄ້າຍໆກັບການເກືອເຂົ້າເປັດ-ໄກ່ ເຮັດໃຫ້ສັງຄົມວິພາກວິຈານໄປຕ່າງໆນານາ. ຄລິບດັ່ງກ່າວນີ້ແມ່ນເກີດຂຶ້ນຢູ່ໂຮງຮຽນ ລ້ຽງເດັກ, ອະນຸບານ-ປະຖົມ ເມລີສະຫວັນ ຢູ່ ເມືອງຊຳເໜືອ ແຂວງຫົວພັນ.

https://youtu.be/7jKi8E-BMdg

ຮູ້ແລ້ວ! ຄູໃນຄລິບ - Visit Laos Visit SALANA BOUTIQUE HOTEL - ຮູ້ແລ້ວ! ຄູໃນຄລິບ
ຮູ້ແລ້ວ! ຄູໃນຄລິບ - Visit Laos Visit SALANA BOUTIQUE HOTEL - ຮູ້ແລ້ວ! ຄູໃນຄລິບ

ຕໍ່ກັບເຫດການດັ່ງກ່າວນັ້ນ ທ່ານ ອຳປິ່ນ ອຸດົມມະວົງ ຮອງອຳນວຍການ ໄດ້ຊີ້ແຈງຜ່ານໜັງສືພິມລາວພັດທະນາພວກເຮົາວ່າ: ເຫດການແມ່ນເກີດຂຶ້ນໃນວັນທີ 26 ກຸມພາ 2021 ເຊິ່ງໃນຄລິບທີ່ປາກົດແມ່ນຢູ່ຫ້ອງອະນຸບານ1 ຄາດວ່າເປັນເຫດເກີດຂື້ນພາຍຫລັງສໍາເລັດກິດຈະກຳທາງໂຮງຮຽນ ເນື່ອງຈາກວັນນດຽວກັນນັ້ນທາງໂຮງຮຽນໄດ້ມີການກິດຈະກຳ.
ສຳລັບຄລິບທີ່ປາກົດອອກມານັ້ນ ທາງໂຮງຮຽນຍັງບໍ່ຮູ້ວ່າແມ່ນໃຜເປັນຜູ້ນຳເຜີຍແຜ່ ເພາະກ້ອງວົງຈອນ ເປັນກ້ອງທີ່ໃຊ້ແອັບເຊື່ອມຕໍ່ໃສ່ໂທລະສັບທີ່ພໍ່ແມ່ນັກຮຽນທຸກຄົນສາມາດເຂົ້າເບິ່ງໄດ້.
ການແກ້ໄຂບັນຫາເບື້ອງຕົ້ນແມ່ນທາງໂຮງຮຽນໄດ້ສັ່ງໃຫ້ຄູຄົນດັ່ງກ່າວນັ້ນພັກວຽກຈາກການເປັນຄູຢ່າງບໍ່ມີກຳນົດ ແລະ ໄດ້ມີການບັນທຶກຮ່ວມກັບພະແນກສຶກສາເມືອງ ເພື່ອສືບສາວຫາສາເຫດແຮງຈູງໃຈໃນການກະທຳດັ່ງກ່າວ ພ້ອມກັນແກ້ໄຂເພື່ອບໍ່ໃຫ້ປາກົດການແບບນີ້ເກີດຂຶ້ນອີກ.

ຮູ້ແລ້ວ! ຄູໃນຄລິບ - 5 - ຮູ້ແລ້ວ! ຄູໃນຄລິບ
ຮູ້ແລ້ວ! ຄູໃນຄລິບ - 3 - ຮູ້ແລ້ວ! ຄູໃນຄລິບ
ຮູ້ແລ້ວ! ຄູໃນຄລິບ - 4 - ຮູ້ແລ້ວ! ຄູໃນຄລິບ