ແຂວງອັດຕະປືກໍານົດ 7 ຄາດໝາຍສູ້ຊົນວຽກງານ 3 ສ້າງ
ຕາມການລາຍງານຂອງຫົວໜ້າພະແນກພາຍໃນແຂວງອັດຕະປື ຕໍ່ກອງປະຊຸມສະຫຼຸບວຽກງານ 3 ສ້າງ ທີ່ຫາກໍສຳເລັດໃນເມືອບໍ່ດົນມານີ້ວ່າ: ແຕ່ປີ 2020 ຮອດປີ 2025 ແຂວງອັດຕະປືໄດ້ກໍານົດ 7 ຄາດໝາຍສູ້ຊົນຂອງວຽກງານ 3 ສ້າງ ເພື່ອແນໃສ່ພັດທະນາແຂວງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ເຊິ່ງປະກອບມີ:
1/ ສ້າງຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ປັບປຸງແບບແຜນນໍາພາ-ວິທີເຮັດວຽກຂອງຄະນະພັກ ແລະ ສ້າງຮາກຖານພັກ-ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຮອດປີ 2025 ໃຫ້ບັນລຸ 85% ຂຶ້ນໄປ.
2/ ຮັບປະກັນໃຫ້ມີສະຖຽນສະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍຢ່າງໜັກແໜ້ນ.
3/ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ໜັກແໜ້ນ, ລວມຍອດຜະລິດຕະພັນພາຍ (GDP) ເພີ່ມຂຶ້ນ 7,58%, ສະເລ່ຍຕໍໍ່ຫົວຄົນໃຫ້ບັນລຸ 2.893 ໂດລາສະຫະລັດ, ສູ້ຊົນຈັດເກັບລາຍຮັບງົບປະມານໃຫ້ສູງຂຶ້ນເທື່ອລະກ້າວບົນຈິດໃຈ “ສ້າງລາຍຮັບມໍ່ກັບລາຍຈ່າຍ”, ແກ້ໄຂຄອບຄົວທຸກຍາກຈຳນວນ 17.284 ຄອບຄົວ (56,5% ຂອງຈໍານວນຄອບຄົວທັງໜົດ) ໃຫ້ຫຼຸດລົງຫຼາຍທີ່ສຸດ.
4/ ສ້າງຊັບພະຍາກອນມະນຸດໃຫ້ມີຄວາມພ້ອມເພື່ອຕອບສະໜອງວຽກງານໃນໄລຍະໃໜ່ ແລະ ສູ້ຊົນບັນລຸທຸກຕົວຊີ້ວັດຕາມຄາດໜາຍການພັດທະນາແບບຢືນຍົງ (SDGs).
5/ ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງຕາມຂະແໜງການຢ່າງແທດເຖິງ ແລະ ເປັນຈິງ,ຮັບປະກັນຕາມທິດ 3 ສ້າງ ເຮັດໃຫ້ມີການພັດທະນາທີ່ໜັກແໜ້ນ, ຄຸນນະພາບຊິວິດຂອງປະຊາຊົນດີຂຶ້ນ ແລະ ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃຫ້ໄດ້ 2-3 ແຫ່ງ.
6/ ເພີ່ມທະວີການຟື້ນຟູຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊໃຫ້ສຳເລັດ, ສ້າງໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສ້າງບ້ານຕົວແບບປະຊາຊົນຢູ່ດີກິນດີ ແລະ ຍົກລະດັບສູ່ຄວາມຜາສຸກໃຫ້ໄດ້ 4 ຈຸດຕາມທິດສ້າງສັງຄົມນິຍົມມາແຕ່ຮາກຖານ ພ້ອມທັງຖອດຖອນເປັນບົດຮຽນ ແລະ ຜັນຂະຫຍາຍໄປສູ່ບ້ານອື່ນໆໃນທຸກເມືອງຂອງແຂວງອັດຕະປື.
7/ ເພີ່ມທະວີວຽກງານການຮ່ວມມືກັບຕ່າງປະເທດໃຫ້ມີຄວາມໜັກແໜ້ນ, ນຳໃຊ້ທຶນຮອນຈາກການຊ່ວຍເຫຼືອໃຫ້ມີປະສິດທິຜົນສູງ ໂດຍສະເພາະແມ່ນບັນດາແຂວງຂອງບັນດາປະເທດເພື່ອນມິດຍຸດທະສາດ.