ຜູ້ຊ່ຽວຊານ ພະຍາກອນຄວາມເສຍຫາຍທາງເສດຖະກິດຂອງຈີນໃນປີ 2021 ຈາກໂຄວິດ-19
ອີງຕາມຜົນການຄົ້ນຄວ້າຈາກນັກວິທະຍາສາດຂອງຈີນ ແລະ ສະຫະລັດ ລາຍງານໃນຂ່າວຕ່າງປະເທດ ວັນທີ 2 ມີນານີ້ ໃຫ້ຮູ້ວ່າ ການແພ່ລະບາດຂອງໂຄວິດ-19 ອາດຈະເຮັດໃຫ້ເສດຖະກິດຂອງຈີນສູນເສຍເຖິງ 2,7% ຂອງ ຈີດີພີໃນປີ 2021 ນີ້.
ນັກຄົ້ນຄວ້າທີ່ມາຈາກສູນພະຍາກອນວິທະຍາສາດ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າວິທະຍາສາດຂອງຈີນ ແລະ ມະຫາວິທະຍາໄລ Kansas ຂອງສະຫະລັດ ຢືນຢັນວ່າ: ບັນດາຂະແໜງການອຸດສາຫະກຳການຜະລິດ ແລະ ການປຸງແຕ່ງ ອາດໄດ້ຮັບຜົນກະທົບອັນໃຫ່ຍຫຼວງຈາກໂຄວິດ-19. ໃນນັ້ນ ໂຮງງານຜະລິດຖ່ານຫີນ, ແຮ່ທາດ, ເຫຼັກ, ໄຟຟ້າ, ອາຍແກັດ ແລະ ທັນຍາຫານ ຄາດວ່າຈະ ມູນຄ່າການຜະລິດຈະຫຼຸດລົງຈາກ 2,8 – 5,4%. ສ່ວນບັນດາຂະແໜງການທີ່ມີການພົວພັນຢ່າງສະໜິດແໜ້ນ ກັບເສດຖະກິດໂລກ ຈະໄດ້ຮັບຜົນກະທົບໜັກກວ່າໝູ່.
ບົດລາຍງານເສດຖະກິດບົດໜື່ງທີ່ລົງໃນໜ້າວາລະສານ China Economic Review ໃນທ້າຍອາທິດທີ່ຜ່ານມາ ຄາດກະວ່າ ຜົນເສຍຫາຍອັນເນື່ອງມາຈາກ ໂຄວິດ-19 ຂອງຈີນໃນປີນີ້ ຈະຕົກຢູ່ທີ່ 1,2-2,7% ຂອງ ຈີດີພີ. ໂດຍອີງຕາມມູນຄ່າເສດຖະກິດທັງໝົດຂອງຈີນໃນປີ 2020 ແມ່ນຢູ່ທີ 101,6 ພັນຕື້ ຢວນ ຫຼື ປະມານ 15,7 ພັນຕື້ໂດລາ, ທຽບເທົ່າກັບ 1,2-2,7 ພັນຕື້ຢວນ.
ເຖິງຢ່າງໃດກໍຕາມ ບັນດານັກວິທະຍາສາດຍັງໃຫ້ຮູ້ວ່າ ຈີນຍັງຄົງມີການເຕີບໂຕທາງເສດຖະກິດຢ່າງແຮງໃນປີ 2021 ນີ້ຢູ່ທີ່ 8,1%. ພ້ອມດຽວກັນນັ້ນ, ບັນດານັກວິທະຍາສາດກ່າວເຕືອນວ່າ: ການຂົ່ມຂູ່ທີ່ຮ້າຍແຮງທີ່ສຸດຕໍ່ເສດຖະກິດຂອງຈີນໃນປີນີ້ກໍຄື “ວິກິດການດ້ານລາຄາຂອງສາກົນ”. ຫຼາຍປະເທດໃນໂລກ ໄດ້ຊອກຫາຊ່ອງທາງສົ່ງເສີມເສດຖະກິດປະເທດຕົນດ້ວຍວິທີການ ພິມເງິນສົດອອກມາໃນຈຳນວນມະຫາສານ ເຮັດໃຫ້ສະຖານະການເງິນເຟີ້ ເພື່ອຊຸດັນໃຫ້ລາຄາສິນຄ້າ ກໍຄືວັດຖຸດິບພຸ່ງສູງຂຶ້ນ.
ຍ້ອນເຫດຜົນດ່ັງກ່າວ ບັນດາຜູ້ຜະລິດຂອງຈີນ ໂດຍສິເພາະແມ່ນຄູ່ຮ່ວມມືຂອງລັດຖະບານ ທີ່ກຳລັງພັດທະນາຈຳຕ້ອງ ແບກຫາບຜົນກະທົບທາງດ້ານການເງິນ ເພື່ອຫຼຸດຜ່ອນພາລະໃຫ້ກັບລູກຄ້າ.