ຈີນກຽມວາງຍຸດທະສາດ 5 ປີ ຫລຸດການອາໄສເຕັກໂນໂລຊີຕາເວັນຕົກ ຫວັງແຊງອາເມລິກາຂຶ້ນເປັນເບີ 1
ພັກກອມມູນິດຈີນວາງແຜນຈັດສັນງົບປະມານເພີ່ມຕື່ມ ເພື່ອພັດທະນາເຕັກໂນໂລຊີຂອງຕົນເອງແຂ່ງກັບອາເມລິກາ.
ວັນທີ 2 ມີນາ 2021, ສຳນັກຂ່າວ Bloomberg ລາຍງານການເຄື່ອນໄຫວໃນກອງປະຊຸມປະຈຳປີຂອງສະພານິຕິບັນຍັດຈີນ ໂດຍເປີດເຜີຍວ່າ: ສະມາຊິກລະດັບສູງຂອງພັກກອມມູນິດຈະອະນຸມັດແຜນຍຸດທະສາດ 5 ປີ ສຳລັບການພັດທະນາເຕັກໂນໂລຊີໃໝ່ໆ ລວມທັງຫລຸດການອາໄສປະເທດຕາເວັນຕົກ.
ການພົວພັນທີ່ເຄັ່ງຕຶງລະຫວ່າງ ຈີນ ແລະ ອາເມລິກາ ເຮັດໃຫ້ແຕ່ລະຝ່າຍຕ້ອງການອາໄສຕົນເອງຫລາຍຂຶ້ນ ຈາກຄວາມກັງວົນແນວຄິດທາງການເມືອງຂອງຝ່າຍກົງກັນຂ້າມ ແລະ ຢ້ານວ່າອີກຝ່າຍຈະອອກມາດຕະການເພື່ອກີດກັ້ນບໍ່ໃຫ້ເຕີບໃຫຍ່ໄດ້.
ທາງລັດຖະບານປັກກິ່ງເຊື່ອໝັ້ນວ່າ: ລະບົບການເມືອງຂອງຕົນໄດ້ຮັບການຍອມຮັບເພີ່ມຂຶ້ນຈາກການຄວບຄຸມການລະບາດຂອງພະຍາດໂຄວິດ-19 ເຖິງວ່າຈະມີຂໍ້ກັງວົນເລື່ອງການທີ່ເຈົ້າໜ້າທີ່ລະດັບທ້ອງຖິ່ນປົກປິດບໍ່ຍອມແຈ້ງສູນກາງເຖິງການລະບາດໃນໄລຍະທຳອິດ ຈົນເຮັດໃຫ້ເຊື້ອແຜ່ກະຈາຍໄປທົ່ວໂລກກໍຕາມ.
ໃນດ້ານເສດຖະກິດ ມີການຄາດຄະເນວ່າຕົວເລກ GDP ຂອງຈີນຈະສູງຂຶ້ນ 8,3% ໃນປີນີ້. ຂະນະທີ່ອາເມລິກາມີທ່າອ່ຽງຈະເຕີບໃຫຍ່ພຽງ 4,1% ເທົ່ານັ້ນ ຈຶ່ງເປັນໄປໄດ້ວ່າການທຸ້ມເງິນລົງທຶນຫລັກຕື້ໂດລາ ອາດຊ່ວຍໃຫ້ຈີນມີຂະໜາດເສດຖະກິດແຊງໜ້າອາເມລິກາໄດ້ພາຍໃນທົດສະວັດນີ້ ແລະ ກ້າວຂຶ້ນມາເປັນມະຫາອຳນາດໃນໂລກຍຸກໃໝ່.
ແລະ ເພື່ອຈະກ້າວໄປໃຫ້ເຖິງຈຸດນັ້ນ ຈີນຈຳເປັນຕ້ອງເນັ້ນໃສ່ການພັດທະນາດ້ານເຕັກໂນໂລຊີ ເຊິ່ງເປັນອຸດສາຫະກຳທີ່ເປັນຄວາມຫວັງຫລັກ ໂດຍຄາດວ່າລັດຖະບານຈີນຈະເພີ່ມງົບປະມານດ້ານການວິໄຈ ແລະ ພັດທະນາ (Research & Development) ໃນອັດຕາເທົ່າກັບ ຫລື ຫລາຍກວ່າອາເມລິກາ ເຊິ່ງເປັນຈຸບັນຈັດສັນງົບເພື່ອໃຊ້ໃນສ່ວນນີ້ປະມານ 3% ຂອງ GDP.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນອອກມາປະກາດແລ້ວວ່າ: ຈະເນັ້ນການພັດທະນາດ້ານພະລັງງານໄຮໂດຣເຈນ, ລົດຍົນພະລັງງານໄຟຟ້າ ແລະ ຊຸບເປີຄອມພິວເຕີ ຈຶ່ງຄາດວ່າງົບທີ່ຈັດສັນມາໃຫ້ເພີ່ມຈະມີການນຳໄປໃຊ້ໃນສ່ວນທີ່ກ່າວມາ.