ຜົ້ງສາລີ ແລະ ນະຄອນພູເອີ ຫາລືການຮ່ວມມືປາບຕັກແຕນໄມ້ປ່ອງ
ປະຕິບັດຕາມການຕົກລົງຂອງຄະນະນຳແຂວງຜົ້ງສາລີ ແລະ ນະຄອນພູເອີ ສປ ຈີນ ເພື່ອເພີ່ມທະວີການຮ່ວມມືສະກັດກັ້ນ ແລະ ປາບຕັກແຕນຝູງໄມ້ປ່ອງທີ່ພວມລະບາດຮ້າຍແຮງຢູ່ແຂວງຜົ້ງສາລີ ໃນຄັ້ງທີ 6 ຜ່ານມາ ແລະ ມາຮອດວັນທີ 1 ມີນາຜ່ານມານີ້, ຄະນະກຳມະການຮ່ວມມືດັ່ງກ່າວຈຶ່ງໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືເຖິງວິທີການຈັດຕັ້ງປະຕິບັດຕົວຈິງຢູ່ທີ່ຫລັກ 7 ເຂດຊາຍແດນສອງປະເທດ, ທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທະຜົນສູງ, ພ້ອມທັງການປົກປັກຮັກສາສິ່ງແວດລ້ອມ ແລະ ສະກັດກັ້ນການລະບາດຂອງສັດຕູພືດ ແລະ ພະຍາດສັດອື່ນໆອີກ.
ສຳລັບຢູ່ແຂວງຜົ້ງສາລີ ຕັກແຕນຝູງດັ່ງກ່າວໄດ້ເລີ່ມລະບາດຂຶ້ນແຕ່ປີ 2015 ຈົນມາເຖິງປັດຈຸບັນມີຢູ່ 181 ຈຸດ, ໃນ 115 ຈຸດ ກວມເນື້ອທີ່ຫລາຍກວ່າ 1.700 ເຮັກຕາ, ມາຮອດປັດຈຸບັນມີເນື້ອທີ່ເສຍຫາຍປະມານ 800 ກວ່າເຮັກຕາ ສົ່ງຜົນກະທົບຕໍ່ປະຊາຊົນໃນ 89 ບ້ານ.
ຕໍ່ສະພາບດັ່ງກ່າວ ທັງສອງຝ່າຍຈຶ່ງໄດ້ຕົກລົງກັນຮ່ວມລົງນາມການຮ່ວມມືເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.