ຊຽງໄຮ້ທົດລອງເປີດ “ທ້ອງຟ້າຈຳລອງ” ໃຫຍ່ທີ່ສຸດໃນໂລກ ເນື້ອທີ່ 38.000 ກວ່າຕາແມັດ ມິຖຸນານີ້
ວັນທີ 2 ມີນາ 2021, ທາງການນະຄອນຊຽງໄຮ້ຂອງຈີນ ເປີດເຜີຍວ່າທ້ອງຟ້າຈຳລອງຊຽງໄຮ້ (Shanghai Planetarium) ເຊິ່ງເປັນສ່ວນໜຶ່ງຂອງພິພິຕະພັນວິທະຍາສາດ ແລະ ເຕັກໂນໂລຊີຊຽງໄຮ້ ມີກຳນົດທົດລອງເປີດໃຫ້ບໍລິການໃນເດືອນມິຖຸນານີ້.
ທ້ອງຟ້າຈຳລອງຊຽງໄຮ້ຕັ້ງຢູ່ເຂດໃໝ່ຜູ່ຕົງ ມີເນື້ອທີ່ຫລາຍກວ່າ 38.000 ຕາແມັດ ແລະ ຈະເປັນທ້ອງຟ້າຈຳລອງຂະໜາດໃຫຍ່ທີ່ສຸດໃນໂລກ ໂດຍຖືກອອກແບບມາໃຫ້ມີອາຄານຫລັກ ແລະ ສິ່ງອຳນວຍຄວາມສະດວກອື່ນໆເຊັ່ນ: ສູນສຳຫລວດສຳລັບເຍົາວະຊົນ ແລະ ຫໍເບິ່ງດາວສາທາລະນະ 2 ແຫ່ງ ລວມທັງເນື້ອທີ່ຈັດວາງສະແດງຂະໜາດ 12.500 ຕາແມັດ.
ທ້ອງຟ້າຈຳລອງແຫ່ງນີ້ໄດ້ຮວບຮວມຊິ້ນສ່ວນອຸກາບາດປະມານ 70 ອັນ ທີ່ໄດ້ມາຈາກດວງຈັນ, ດາວອັງຄານ ແລະ ດາວເຄາະນ້ອຍເວສຕາ ຕະຫລອດຈົນສິ່ງປະດິດອື່ນໆ ຫລາຍກວ່າ 120 ອັນ ແລະ ຜົນງານຕົ້ນສະບັບຈາກ ເຊີ ໄອແຊກ ນິວຕັນ, ກາລິເລໂອ ກາລິເລອີ, ໂຈຮັນເນສ ເຄບເລີ ແລະ ຜູ້ຊ່ຽວຊານເລື່ອງຊື່ຄົນອື່ນໆ.
ທັງນີ້, ທ້ອງຟ້າຈຳລອງຈະປັບໃຊ້ເຕັກໂນໂລຊີຕ່າງໆ ລວມທັງການນຳສະເໜີແຜນພາບຂໍ້ມູນ, ການຈຳລອງຮູບຄືຮູບຈິງ (VR), ເຕັກໂນໂລຊີຢືນຢັນຕົວບຸກຄົນ ຫລື ໄບໂອເມຕຣິກ ແລະ ປັນຍາປະດິດ (AI) ເພື່ອໃຫ້ຜູ້ເຂົ້າເບິ່ງໄດ້ຮັບຄວາມຮູ້ທາງດາລາສາດຜ່ານການມີປະຕິສຳພັນຕອບໄດ້.