ຫລາຍປະເທດເລັ່ງກວດສອບ ກໍລະນີມີຜູ້ເສຍຊີວິດ ຫລັງສັກວັກຊີນໂຄວິດ
ມີລາຍງານຜູ້ເສຍຊີວິດຫລັງສັກວັກຊີນໂຄວິດ-19 ໃນຫລາຍປະເທດ, ແຕ່ຍັງບໍ່ຢືນຢັນວ່າກ່ຽວຂ້ອງກັບວັກຊີນແຕ່ຢ່າງໃດ ເຊິ່ງທາງການກຳລັງເລັ່ງກວດສອບ ເພື່ອຫາຄຳຕອບຕໍ່ໄປ.
ວັນທີ 3 ມີນາ 2021, ສຳນັກຂ່າວທ້ອງຖິ່ນ ສ.ເກົາຫລີ ລາຍງານວ່າ: ທາງການ ສ.ເກົາຫລີ ກຳລັງກວດສອບສາເຫດການເສຍຊີວິດຂອງຊາວ ສ.ເກົາຫລີ 2 ຄົນ ເຊິ່ງເສຍຊີວິດພຽງບໍ່ເທົ່າໃດມື້ ຫລັງເຂົ້າຮັບການສັກວັກຊີນຕ້ານພະຍາດໂຄວິດ-19 ຂອງ AstraZeneca.
ໂດຍຜູ້ເສຍຊີວິດຄົນທຳອິດອາຍຸ 63 ປີ ມີໄຂ້ສູງຫລັງໄດ້ຮັບວັກຊີນດັ່ງກ່າວ ແລະ ເສຍຊີວິດຈາກອາການປອດອັກເສບ ແລະ ເລືອດເປັນພິດ. ສຳລັບຄົນທີສອງອາຍຸປະມານ 50 ປີ ມີພະຍາດປະຈຳຕົວຄືພະຍາດຫົວໃຈ ແລະ ເບົາຫວານ ເສຍຊີວິດຈາກອາການຫົວໃຈລົ້ມເຫລວກະທັນຫັນໄດ້ຮັບວັກຊີນຊະນິດດຽວກັນ.
ເຊັ່ນດຽວກັບຢູ່ຮົງກົງ ເຊິ່ງມີຜູ້ຊາຍອາຍຸ 63 ປີ ມີອາການຫາຍໃຈຕິດຂັດ ແລະ ເສຍຊີວິດຫລັງໄດ້ຮັບວັກຊີນຕ້ານພະຍາດໂຄວິດ-19 ພຽງ 2 ວັນ ເຊິ່ງຄາດວ່າເປັນຂອງ Sinovac ເນື່ອງຈາກເປັນວັກຊີນຊະນິດດຽວທີ່ຮົງກົງອະນຸມັດນຳໃຊ້.
ທັງນີ້, ຜູ້ເສຍຊີວິດມີອາການປ່ວຍຊ້ຳເຮື້ອ ລວມທັງມີພະຍາດກ່ຽວກັບລະບົບທາງເດີນຫາຍໃຈກ່ອນແລ້ວ. ເຖິງຢ່າງໃດກໍຕາມ, ຍັງບໍ່ມີການຢືນຢັນວ່າ ການເສຍຊີວິດກ່ຽວຂ້ອງກັບການສັກວັກຊີນ.
ໃນວັນທີ 1 ມີນາຜ່ານມາ, ປະເທດຍີ່ປຸ່ນກໍມີລາຍງານຜູ້ເສຍຊີວິດຫລັງໄດ້ຮັບວັກຊີນເປັນຄົນທຳອິດຂອງປະເທດ ໂດຍຜູ້ເສຍຊີວິດເປັນຜູ້ຍິງອາຍຸປະມານ 60 ປີ ບໍ່ມີພະຍາດປະຈຳຕົວ ແລະ ປະຫວັດການແພ້ຢາ ເຊິ່ງໄດ້ຮັບວັກຊີນຂອງ Pfizer ກ່ອນຈະມີອາການເລືອດອອກໃນສະໝອງ ແລະ ເສຍຊີວິດ.
ເຖິງຢ່າງໃດກໍຕາມ, ຍັງບໍ່ສາມາດລະບຸໄດ້ວ່າ ການເສຍຊີວິດກ່ຽວຂ້ອງກັບວັກຊີນ, ແຕ່ລັດຖະບານຢືນຢັນວ່າຈະຈ່າຍຄ່າຊົດເຊີຍຖ້າພິສູດໄດ້ວ່າຜູ້ຍິງຄົນດັ່ງກ່າວເສຍຊີວິດເນື່ອງຈາກຜົນຂ້າງຄຽງຂອງວັກຊີນ.
ນອກຈາກນີ້ ໃນຕົ້ນປີຜ່ານມາຈົນເຖິງປັດຈຸບັນ ໄດ້ມີລາຍງານຜູ້ເສຍຊີວິດໃນອີກຫລາຍປະເທດເຊັ່ນ: ໃນເດືອນມັງກອນ, ນໍເວ ແລະ ອາເມລິກາມີລາຍງານການເສຍຊີວິດຂອງປະຊາຊົນຫລັງໄດ້ຮັບວັກຊີນຕ້ານໂຄວິດ-19 ພ້ອມເຕືອນວ່າການສັກວັກຊີນໃນຜູ້ສູງອາຍຸ ແລະ ຜູ້ທີ່ມີປະຫວັດການແພ້ຮຸນແຮງອາດມີຜົນຂ້າງຄຽງທີ່ອັນຕະລາຍ.