ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ

ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ - 154633917 2747336775576866 1839971954273441261 n - ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ
ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ - kitchen vibe - ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ

ເມືອງຄົງເຊໂດນ ແຂວງສາລະວັນ ເປີດບໍລິການກິດຈະກຳລ່ອງເຮືອຕາມນ້ຳເຊໂດນ ເພື່ອບໍລິການ ແລະ ສົ່ງເສີມການທ່ອງທ່ຽວ ເຊິ່ງເປັນຄັ້ງທຳອິດ ແລະ ເປັນກິດຈະກຳຮູບແບບໃໝ່ຂອງເມືອງ ໂດຍນໍາໃຊ້ເຮືອທັງໝົດ 7 ລໍາ ທີ່ເປັນເຮືອປະຊາຊົນເຂດບ້ານດັ່ງກ່າວ ເປັນຜູ້ບໍລິການ ແລະ ເກັບຄ່າບໍລິການ, ທັງເປັນການໝູນໃຊ້ທ່າແຮງທີ່ມີໃຫ້ຕິດພັນກັບວິຖີຊີວິດຂອງເຂົາເຈົ້າ ເພື່ອໃຫ້ນັກທ່ອງທ່ຽວໄປຈັບຈ່າຍຊື້-ຂາຍຜົນຜະລິດກະສິກຳ ແລະ ຜະລິດຕະພັນຕ່າງໆ.

ການລ່ອງເຮືອແມ່ນເລີ່ມຈາກຈຸດຂົວຂ້າມນ້ຳເຊໂດນ ບ້ານທ່າເມືອງ-ບ້ານໂອກາດໃຫຍ່ ເພື່ອຊົມສວນໝາກແຕງ ເຂດບ້ານຕານດ່ຽວ ທີ່ເປັນຈຸດໝາຍປາຍທາງ, ສຳຜັດບັນຍາກາດທຳມະຊາດລຽບຕາມແມ່ນ້ຳເຊໂດນ, ຕິດພັນກັບການຊົມວິຖີຊີວິດ ແລະ ຜະລິດຕະພັນພູມປັນຍາຊາວບ້ານ, ຜົນລະປູກຕ່າງໆ ເຊັ່ນ: ໝາກແຕງ, ໝາກຖົ່ວ, ສາລີ ແລະ ພືດຜັກຕ່າງໆ.

ເຂົ້າຮ່ວມພິທີເປີດງານໃນຄັ້ງນີ້ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂອງແຂວງ, ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງ ແລະ ປະຊາຊົນເຂົ້າຮ່ວມ.

ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ - 5 - ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ
ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ - 3 - ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ
ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ - 4 - ເມືອງຄົງເຊໂດນເປີດບໍລິການທ່ອງທ່ຽວລ່ອງເຮືອຕາມນ້ຳເຊໂດນ