ສ. ເກົາຫຼີ ກວດສອບການເສຍຊີວິດຂອງ 2 ຄົນ ຈາກການສັກວັກຊີນ ຕ້ານໂຄວິດ-19 AstraZeneca
ສຳນັກຂ່າວ Yonhap ຂອງເກົາຫຼີໃຕ້ ລາຍງານເມື່ອວັນທີ 3 ມີນານີ້ວ່າ ເຈົ້າໜ້າທີ່ຂອງ ເກົາຫຼີໃຕ້ ກຳລັງກວດສອບການເສຍຊີວິດຂອງ 2 ຄົນຈາກການສັກວັກຊີນ Astrazeneca ຂອງອັງກິດ.
ສຳນັກຂ່າວດັ່ງກ່າວລາຍງານວ່າ ມີຜູ້ປ່ວຍຄົນໜຶ່ງ ອາຍຸ 63 ປີ ຢູ່ທີ່ສູນຄົນຊະລາ ໄດ້ເກີດອາການໄຂ້ຂຶ້ນສູງ ຫຼັງສັກວັກຊີນ AstraZeneca , ຫຼັງຈາກນັ້ນກໍເສຍຊີວິດລົງພາຍຫຼັງຖືກນຳສົ່ງໄປໂຮງໝໍໃນວັນທີ 2 ມີນານີ້.
ຜູ້ທີ່ສອງ ອາຍຸ 50 ປີ ມີໂຣກປະຈຳຕົວຫົວໃຈວາຍ ແລະ ເປັນເບົາຫວານ ເສຍຊີວິດລົງໃນວັນທີ 3 ມີນານີ້ ອັນເນື່ອງມາຈາກອາການຫົວໃຈວາຍ.
ເຈົ້າໜ້າທີ່ ຄວບຄຸມ ປ້ອງກັນ ພະຍາດລະບາດຂອງເກົາຫຼີໃຕ້ (KDCA) ເລົ່າຕໍ່ກັບສຳນັກຂ່າວ ຣອຍເຕີວ່າ ພວກເຂົາກຳລັງເລັ່ງສອບສວນຫາສາເຫດການເສຍຊີວິດຂອງສອງຄົນດັ່ງກ່າວ, ຂະນະນີ້ຍັງບໍ່ທັນມີຄຳວິພາກວິຈານຫຍັງກ່ຽວກັບຂໍ້ມູນທີ່ທາງສຳນັກຂ່າວ Yonhap ແຈ້ງລົງໃນສື່.
ໂຄສົກຂອງ AstraZeneca ຢູ່ທີ່ນະຄອນຫຼວງ ໂຊນ ໃຫ້ຮູ້ວ່າບໍລິສັດດັ່ງກ່າວກໍຍັງບໍ່ທັນມີຄຳເຫັນໃດໆ ຕໍ່ກໍລະນີດັ່ງກ່າວ.
ເກົາຫຼີໃຕ້ ເລີ່ມສັກວັກຊີນ ທົ່ວໄປໃນ 1 ອາທິດກ່ອນໜ້ານີ້, ມາເຖິງວັນທີ 2 ມີນານີ້ ມີ 85.904 ຄົນທີ່ໄດ້ຮັບສັກວັກຊີນ AstraZeneca ແລ້ວ ແລະ 1.524 ຄົນສັກວັກຊີນ Pfizer.