ຈີນ-ອາຟຣິກາໃຕ້ບຸກທຳລາຍແກ້ງວັກຊີນໂຄວິດ-19 ປອມ
ອິນເຕີໂພລລາຍງານຜົນການຈັບກຸມແກ້ງຜະລິດວັກຊີນໂຄວິດ-19 ປອມຢູ່ຈີນ ແລະ ອາຟຣິກາໃຕ້ ພ້ອມເຕືອນວ່າ: ຄະດີກ່ຽວກັບວັກຊີນໂຄວິດ-19 ຍັງມີອີກຫລາຍ.
ໃນວັນທີ 3 ມີນາ 2021, ຕຳຫລວດສາກົນ ຫລື ອິນເຕີໂພລ ລາຍງານວ່າ: ເຈົ້າໜ້າທີ່ຕຳຫລວດຢູ່ຈີນ ແລະ ອາຟຣິກາໃຕ້ ໄດ້ບຸກຍຶດຂອງກາງເປັນວັກຊີນໂຄວິດ-19 ປອມຫລາຍພັນໂດສ ເຊິ່ງອົງກອນລະບຸວ່າ: ເປັນພຽງ “ຍອດພູເຂົານ້ຳກ້ອນ” ໃນອາຊະຍາກຳທີ່ກ່ຽວຂ້ອງກັບວັກຊີນໂຄວິດ-19 ເທົ່ານັ້ນ.
ອິນເຕີໂພລ ກ່າວວ່າ: ຢູ່ສາງໃນເຈີມິນສຕັນ ນອກເມືອງໂຈຮັນເນສເບິກ ອາຟຣິກາໃຕ້ ພົບແກ້ວວັກຊີນປອມ 400 ແກ້ວ ເຊິ່ງທຽບເທົ່າວັກຊີນປະມານ 2.400 ໂດສ ພາຍໃນບັນຈຸວັກຊີນໂຄວິດ-19 ປອມໄວ້. ນອກຈາກນີ້ ຍັງພົບຜ້າອັດປາກ-ດັງປອມ ແລະ ຈັບກຸມຜູ້ຕ້ອງສົງໄສຊາວຈີນ 3 ຄົນ ແລະ ຊາວແຊມເບຍອີກ 1 ຄົນໄດ້.
ສ່ວນຢູ່ປະເທດຈີນ, ຕຳຫລວດພົບເຄືອຂ່າຍຫລອກຂາຍວັກຊີນໂຄວິດ-19 ປອມໄດ້ສຳເລັດ ພວກເຂົາບຸກເຂົ້າໄປໃນໂຮງງານຜະລິດ ສົ່ງຜົນໃຫ້ມີການຈັບກຸມຜູ້ຕ້ອງສົງໄສປະມານ 80 ຄົນ ແລະ ຍຶດວັກຊີນປອມໄດ້ຫລາຍກວ່າ 3.000 ໂດສໃນຈຸດເກີດເຫດ.
ເມື່ອຕົ້ນປີຜ່ານມາ, ອິນເຕີໂພລ ໄດ້ອອກ “ປະກາດເຕືອນໄພສີສົ້ມ” ໃຫ້ໜ່ວຍງານທົ່ວໂລກຕິດຕາມ ແລະ ກຽມພ້ອມຮັບມືເຄືອຂ່າຍອາຊະຍາກຳທີ່ມຸ່ງເປົ້າການສວຍໂອກາດໃນໄລຍະທີ່ທົ່ວໂລກຕ້ອງການວັກຊີນໂຄວິດ-19.
ທ່ານ ເຈີເກນ ສະຕ໊ອກ ເລຂາທິການອິນເຕີໂພລ ກ່າວວ່າ: ເຖິງວ່າພວກເຮົາຈະຍິນດີກັບຜົນໄດ້ຮັບການຈັບກຸມນີ້, ແຕ່ນີ້ເປັນພຽງຍອດນ້ອຍໆຂອງພູເຂົານ້ຳກ້ອນເທົ່ານັ້ນເມື່ອເວົ້າເຖິງອາຊະຍາກຳທີ່ກ່ຽວຂ້ອງກັບວັກຊີນໂຄວິດ-19.
ອິນເຕີໂພລ ກ່າວວ່າ: ນອກຈາກການຈັບກຸມຢູ່ອາຟຣິກາໃຕ້ ແລະ ຈີນແລ້ວ ຍັງໄດ້ຮັບລາຍງານເພີ່ມຕື່ມກ່ຽວກັບການແຈກຢາຍວັກຊີນໂຄວິດ-19 ປອມ ແລະ ຄວາມພະຍາຍາມໃນການຫລອກຂາຍທີ່ມຸ້ງເປົ້າໃສ່ໜ່ວຍງານດ້ານສຸຂະພາບຕ່າງໆເຊັ່ນ: ສະຖານພະຍາບານ ຈົນຕ້ອງມີການອອກຄຳເຕືອນວ່າ: ບໍ່ມີວັກຊີນໂຄວິດ-19 ທີ່ໄດ້ຮັບການຮັບຮອງວາງຈຳໜ່າຍໃນຊ່ອງທາງອອນລາຍຢ່າງແນ່ນອນ.
“ວັກຊີນໃດໆ ທີ່ໂຄສະນາໃນເວັບໄຊ ຫລື ເວັບມືດຈະບໍ່ຖືກຕ້ອງຕາມກົດໝາຍ ຈະບໍ່ຜ່ານການທົດລອງ ແລະ ອາດເປັນອັນຕະລາຍ”.
ທ່ານ ສະຕ໊ອກ ໄດ້ເຕືອນແຕ່ເດືອນທັນວາ 2020 ວ່າ: ມີອາຊະຍາກຳເພີ່ມຂຶ້ນຢ່າງວ່ອງໄວ ຫລັງມີການເປີດຕົວວັກຊີນໂຄວິດ-19 ໂດຍນອກຈາກຕ້ອງລະວັງວັກຊີນປອມແລ້ວ ຍັງຕ້ອງລະວັງການໂຈລະກຳ ແລະ ການບຸກປຸ້ນສາງສິນຄ້າ ແລະ ການໂຈມຕີລົດຈັດສົ່ງວັກຊີນໂຄວິດ-19 ນຳອີກ.
ປັດຈຸບັນ ທົ່ວໂລກມີຜູ້ໄດ້ຮັບການສັກວັກຊີນໂຄວິດ-19 ແລ້ວ 268 ລ້ານກວ່າຄົນ, ຂະນະທີ່ຈຳນວນຜູ້ຕິດເຊື້ອສະສົມທົ່ວໂລກມີຫລາຍກວ່າ 115 ລ້ານຄົນ, ເສຍຊີວິດຫລາຍກວ່າ 2,56 ລ້ານຄົນ.