ຈີນອະນຸມັດໃຫ້ຂາຍ “ຢາພື້ນເມືອງຈີນ” ເພື່ອປິ່ນປົວໂຄວິດ-19 ໄດ້
ວັນທີ 4 ມີນາ 2021, ສຳນັກງານບໍລິຫານການຢາແຫ່ງຊາດຈີນ (NMPA) ລາຍງານວ່າ: ຈີນໄດ້ອະນຸມັດການວາງຈຳໜ່າຍຢາພື້ນເມືອງຈີນ (TCM) ຈຳນວນ 3 ຊະນິດຜ່ານຂັ້ນຕອນການອະນຸມັດພິເສດ ເພື່ອສະເໜີທາງເລືອກເພີ່ມຕື່ມໃນການປິ່ນປົວພະຍາດໂຄວິດ-19.
ຢາພື້ນເມືອງຈີນທັງ 3 ຊະນິດທີ່ຜ່ານການອະນຸມັດ ປະກອບມີ ຢາທຳຄວາມສະອາດ ແລະ ຂັບພິດໃນປອດ (ຊິງເຟ່ຍໄຜຕູ໋), ຢາກຳຈັດ ແລະ ສະຫລາຍຄວາມຊຸ່ມ (ຮວ່າຊື້ໄປ້ຕູ໋) ແລະ ຢາປ້ອງກັນການແຜ່ກະຈາຍຕົວໃນປອດ (ຊວຽນເຟ່ຍໄປ້ຕູ໋) ເຊິ່ງທັງໝົດຄິດຄົ້ນຂຶ້ນຈາກຕົ້ນຕຳລັບຢາພື້ນເມືອງຈີນບູຮານ.
ທັງນີ້, ຢາດັ່ງກ່າວຜະລິດຂຶ້ນຈາກຢາສູດປະສົມ 3 ສູດທີ່ໄດ້ຮັບການພິສູດແລ້ວວ່າມີປະສິດທິພາບໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນນະຄອນອູ່ຮັ່ນ ມົນທົນຫູເປີຍ ທາງຕອນກາງຂອງຈີນ ໃນປີຜ່ານມາ.
ອ້າງອີງ: ສຳນັກຂ່າວຊິນຮົວ