ອີຕາລີ ສະກັດທາງຂົນສົ່ງວັກຊີນແຕ່ເອີຣົບໄປຍັງ ອົສເຕເລຍ
March 5, 2021 - 2:44 PM
ຂ່າວຕ່າງປະເທດ New York Time ລາຍງານ ວັນທີ 5 ມີນານີ້ວ່າ ວັນທີ 4 ມີນາຜ່ານມາ ເຈົ້າໜ້າທີ່ຂອງ ອີຕາລີ ໄດ້ສະກັດລັດທາງຂົນສົ່ງວັກຊີນປ້ອງກັນໂຄວິດ-19 AstraZeneca ຈາກເອີຣົບໄປຍັງ ອົສເຕເລຍ 250.000 ໂດສ.
ລັດຖະມົນຕີການຕ່າງປະເທດຂອງ ອີຕາລີ ໃຫ້ເຫດຜົນວ່າ ອີຕາລີສະກັດລັດທາງຂົນສົ່ງວັກຊີນ ໂຄວິດ-19 ດັ່ງກ່າວກໍເນື່ອງຈາກວ່າ ອົສເຕເລຍ ບໍ່ຢູ່ໃນກຸ່ມທີ່ໄດ້ຮັບຜົນສະທ້ອນຈາກໂຄວິດ-19 ຕາມມາດຕາຖານກົດໝາຍວັກຊີນໃໝ່ຂອງ ເອີຣົບ.
ໃນຂະນະດຽວກັນ, ອີຕາລີ ແລະ ບັນດາປະເທດໃນເອີຣົບ ກຳລັງຂາດແຄນວັກຊີນຢູ່ ແລະ ດ້ານໜຶ່ງອີກ ວັກຊີນ AstraZeneca ຍັງຖືກຫ້າມບໍ່ທັນໃຫ້ຈຳໜ່າຍ ໃຫ້ກັບບັນດາປະເທດໃນເອີຣົບ.
ໃນກົດໝາຍວັກຊີນໂຄວິດ-19 ໃໝ່ຂອງເອີຣົບລະບຸວ່າ: ມອບສິດໃຫ້ບັນດາປະເທດສະມາຊິກສາມາດຢຶດສິນຄ້າພິເສດດັ່ງກ່າວໄດ້, ບໍ່ອະນຸຍາດໃຫ້ສົ່ງອອກ ຕ່າງປະເທດ ເມື່ອໃດຜູ້ຜະລິດຫາກບໍ່ທັນເຮັດລ້ອນໜ້າທີ່ຕອບສະໜອງພຽງພໍໃຫ້ບັນດາປະເທດສະມາຊິກໃນກຸ່ມກ່ອນ.