ບໍລິສັດການບິນຫວຽດນາມຮ້ອງຂໍການຊ່ວຍເຫຼືອ 27.000 ຕຶ້ດົງ ຈາກລັດຖະບານ
ສຳນັກຂ່າວຕ່າງປະເທດ ລາຍງານຈາກ ຮ່າໂນ້ຍ ເມື່ອວັນທີ 5 ມີນານີ້ ໃຫ້ຮູ້ວ່າ ສະມາຄົມການບິນຂອງຫວຽດນາມໄດ້ສະເໜີຕໍ່ລັດຖະບານ ເພື່ອຂໍຄວາມຊ່ວຍເຫຼືອ ໃຫ້ແກ່ບໍລິສັດການບິນ.
ນາຍົກລັດຖະມົນຕີໄດ້ມອບສິດ-ອຳນາດໃຫ້ກະຊວງຄົມມະນາຄົມ ແລະ ການຂົນສົ່ງຂອງຫວຽດນາມຄົ້ນຄວ້າແກ້ໄຂ ຕາມການສະເໜີຂອງສະມາຄົມການບິນຫວຽດນາມ.
ໃນຄຳຮ້ອງຂໍຄວາມຊ່ວຍເຫຼືອທີ່ສົ່ງໃຫ້ປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ, ສະມາຄົມອ້າງເຫດຜົນວ່າ: ອັນເນື່ອງມາຈາກການລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂດຍລວມ ຕໍ່ຂະແໜງການບີນເວົ້າສະເພາະໃນຫຼາຍປີຕໍ່ໜ້າ.
ໂດຍສະມາຄົມຮຽກຮ້ອງໃຫ້ຈັດຕັ້ງປະຕິບັດວົງເງິນສິນເຊື່ອໃຫ້ກັບບໍລິສັດການບິນຈຳນວນ 25.000 -27.000 ຕື້ດົງ ພ້ອມທັງຮຽກຮ້ອງໃຫ້ລັດຖະບານເບິ່ງຄືນໂຄສ້າງ ແລະ ກຳນົດເວລາຊຳລະສະສາງໜີ້ສິນຄືນໃໝ່ ເນື່ອງຈາກວ່າບັນດາບໍລິສັດຕ່າງໆ ລ້ວນແຕ່ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ໄດ້ກູ້ຢືມເງິນຈາກສາຂາທະນາຄານສິນເຊື່ອຕ່າງປະເທດຈົນເຖິງປີ 2024.
ຕໍ່ກັບການເປີດກວ້າງການຕະຫຼາດສາກົນນັ້ນ, ສະມາຄົມສະເໜີໃຫ້ມີການເປີດສາຍການບິນ ຂອງຕ່າງປະເທດທີ່ມີຜູ້ໂດຍສານເປັນຈຳນວນຫຼາຍ ແລະ ຮັບປະກັນທາງດ້ານໂຄວິດ-19 ເຂົ້າມາຫວຽດນາມ ແລະ ກົງກັນຂ້າມສາຍການບິນຂອງຫວຽດນາມໄປຕ່າງປະເທດ.