ລະວັງຖືກຂອງປອມຈາກພາຍນອກເຂົ້າໃນ
ໂດຍ: ທິດກໍ່າ
ອີງຕາມແຫລ່ງຂ່າວຜ່ານສື່ອອນລາຍຈາກສະຖານີໂທລະພາບຊ່ອງ 3 ປະເທດໄທ ໃນອາທິດຜ່ານມາວ່າ: ທາງຕຳຫລວດໄທ ພ້ອມເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດຈັບໂຮງງານແຫ່ງໜຶ່ງທີ່ຜະລິດສິນຄ້າປອມຫລາຍຊະນິດເຊັ່ນ: ແປ້ງນົວ, ນ້ຳຢາລ້າງຈານ, ສະບູ ແລະ ສິນຄ້າປະເພດອື່ນໆອີກຫລາຍຢ່າງ. ແຫລ່ງຂ່າວຍັງບອກຕື່ມວ່າ: ສິນຄ້າດັ່ງກ່າວນອກຈາກສົ່ງໃຫ້ລູກຄ້າຢູ່ພາຍໃນປະເທດແລ້ວ ຍັງສົ່ງອອກຂາຍໃຫ້ປະເທດໃກ້ຄຽງທີ່ມີຊາຍແດນຕິດຕໍ່ກັບປະເທດໄທ.
ເມື່ອເຫັນຂ່າວນີ້ອອກມາ ມັນກໍໜ້າເປັນຫ່ວງ ທັງເປັນຕາຢ້ານ ແລະ ໜ້າສັງເວດພໍສົມຄວນ ເພາະປະເທດລາວເຮົາແມ່ນປະເທດໜຶ່ງທີ່ມີຊາຍແດນຕິດຈອດກັບປະເທດໄທແຕ່ເໜືອສຸດໃຕ້ ແລະ ມີຄວາມຍາວເຖິງ 1.000 ກວ່າກິໂລແມັດ, ເວົ້າໄດ້ວ່າໃນໄລຍະປະຫວັດສາດດົນນານຜ່ານມາຫລາຍທົດສະວັດ ປະເທດລາວຂອງພວກເຮົາເປັນຕະຫລາດຈຳໜ່າຍສິນຄ້າລາຍໃຫຍ່ໃຫ້ປະເທດໄທ, ສະເພາະຄົນລາວເຮົາກໍນິຍົມຊົມໃຊ້ສິນຄ້າໄທເກືອບທຸກຊະນິດ. ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາເປັນປະເທດທີ່ຍັງທຸກຍາກ ແລະ ດ້ອຍພັດທະນາ ເສດຖະກິດຂະໜາດນ້ອຍ, ຂະໜາດກາງຍັງບໍ່ທັນເຕີບໂຕເຂັ້ມແຂງ ແລະ ຍັງບໍ່ທັນສາມາດເພິ່ງຕົນເອງ ກຸ້ມຕົນເອງໄດ້ໃນທຸກດ້ານ ກໍມີຄວາມຈຳເປັນຕ້ອງໄດ້ເພິ່ງພາສິນຄ້າຈາກພາຍນອກຫລາຍຢ່າງ ເພື່ອມາແກ້ໄຂຊີວິດການເປັນຢູ່ ທັງຊຸກຍູ້ສົ່ງເສີມ ແລະ ໝູນໃຊ້ເຂົ້າໃນການຜະລິດ, ການສ້າງສາພັດທະນາປະເທດຊາດ.
ຖ້າພວກເຮົາຫາກຕັ້ງໂຈດກັນວ່າ: ມີສິນຄ້າປະເພດໃດແດ່ທີ່ໄດ້ຊື້ຈາກປະເທດໄທນຳເຂົ້າມາລາວ ? ຕາມທິດກໍ່າວ່າ ເກືອບສັບມະປິຈົນນັບບໍ່ຖ້ວນ ນັບແຕ່ເຄື່ອງຄົວເຮືອນຖ້ວຍຊາມ, ໝໍ້ແຫກແຕກກະໂປະ, ເຄື່ອງກິນ, ເຄື່ອງດື່ມ, ເຄື່ອງໃຊ້ສອຍ, ເຄື່ອງອຸປະໂພກ-ບໍລິໂພກ ນັບທັງພາຫະນະ, ອຸປະກອນຕ່າງໆເຂົ້າໃນການຜະລິດ. ກ່ອນບໍ່ທັນມີພະຍາດໂຄວິດ-19 ມາອາລະວາດຂ້າຊາວໂລກ ກໍຄືຢູ່ໃນພາກພື້ນ ໂດຍສະເພາະລະຫວ່າງສອງປະເທດລາວກັບໄທ ຄົນລາວທ່ອງທ່ຽວໄປມາເຂົ້າ-ອອກນຳເອົາເງິນຕາໄປຈັບຈ່າຍຊື້ຜະລິດຕະພັນສິນຄ້າຊະນິດຕ່າງໆຈາກປະເທດໄທຢູ່ໜອງຄາຍ, ອຸດອນ, ຂອນແກ່ນປານທຽວໄປໄຮ່ໄປນາ. ຖ້າຈະຄິດໄລ່ຈຳນວນເງິນຕາຂອງຄົນລາວທີ່ໄດ້ໄຫລວຽນເຂົ້າປະເທດໄທໃນແຕ່ລະອາທິດ, ແຕ່ລະເດືອນແມ່ນຫລາຍຮ້ອຍລ້ານບາດ. ນີ້ແມ່ນຍັງບໍ່ທັນເວົ້າເລື່ອງການຄ້າຂາຍສົ່ງອອກ-ນຳເຂົ້າລະຫວ່າງລັດຕໍ່ລັດໃນແຕ່ລະເດືອນ ແລະ ແຕ່ລະປີ.
ແຕ່ວ່າແນວໃດກໍຕາມ, ສ່ວນວ່າລາວເຮົາກໍມີສິນຄ້າຫລາຍຢ່າງທີ່ສົ່ງຂາຍໃຫ້ໄທ. ຖ້າເວົ້າໃນລະດັບປະເທດກໍແມ່ນເລື່ອງໄຟຟ້າ ຖືວ່າໄທເປັນລູກຄ້າລາຍໃຫຍ່ທີ່ຊື້ໄຟຟ້າຈາກລາວໃນບັນດາປະເທດອາຊຽນ. ອີງຕາມຕົວເລກການສົ່ງອອກໄປໄທຂອງລາວເຮົາໃນເດືອນມັງກອນ 2021 ມີມູນຄ່າ 89 ລ້ານໂດລາ, ສ່ວນສິນຄ້ານຳເຂົ້າຈາກໄທມີມູນຄ່າເຖິງ 266 ລ້ານໂດລາ. ແຕ່ໃນອະນາຄົດເຮົາກໍເຊື່ອໝັ້ນວ່າ ມູນຄ່າການສົ່ງອອກຈາກລາວໄປໄທອາດຈະເພີ່ມຂຶ້ນຢ່າງແນ່ນອນ.
ເຖິງຢ່າງໃດກໍດີ, ເມື່ອເອີຍເຖິງສິນຄ້າປອມໃນຍຸກສະໄໝນີ້ ປະເທດໃດມັນກໍມີ ເພາະຈັນຍາບັນຂອງມະນຸດເຮົາຈຳນວນບໍ່ໜ້ອຍມັນນັບມື້ເຊື່ອມ, ການເຫັນຜົນປະໂຫຍດໃຫ້ຕົນເອງ ໂດຍຊອກວິທີຂ້າຄົນທາງອ້ອມນັ້ນມັນມີຫລາກຫລາຍວິທີ, ຫລາຍຮູບການ ຂໍພຽງແຕ່ວ່າກູໄດ້ຢ່າງດຽວ ຜູ້ອື່ນສິຕາຍສິຍັງບໍ່ກ່ຽວ. ນີ້ຄືຄວາມໂກດ, ຄວາມໂລບ, ຄວາມຫລົງຂອງຄົນຫລາຍຄົນທີ່ເຫັນແກ່ໄດ້. ແຕ່ວ່າພວກເຮົາກໍມີທາງອອກຢູ່ບ່ອນວ່າ ຕ້ອງມີສະຕິ, ລະມັດລະວັງໃນການກິນຢູ່, ການຊົມໃຊ້ຜະລິດຕະພັນໃນສັງຄົມຍຸກປັດຈຸບັນ. ສິ່ງສຳຄັນກ່ອນອື່ນໝົດຕ້ອງເລືອກໃຊ້ແຕ່ສິນຄ້າທີ່ມີມາດຕະຖານ ໂດຍມີການກວດກາຈາກແຫລ່ງທີ່ມາຢ່າງຄັກແນ່, ບໍ່ຄວນຊື້ສຸມສີ່ສຸມຫ້າ ເຫັນແຕ່ລາຄາມັນຖືກ ໂດຍສະເພາະແມ່ນປະເພດອາຫານການກິນ ຕ້ອງໄດ້ລະມັດລະວັງຢ່າງເດັດຂາດ, ຖ້າບໍ່ດັ່ງນັ້ນ ເມື່ອເຮົາກິນເຮົາດື່ມເຮົາຊົມໃຊ້ໄປແລ້ວມີຜົນຂ້າງຄຽງຕາມມາຍ້ອນຄວາມເຫັນແກ່ປາກ ຄວາມຢາກແກ່ທ້ອງ ມັນກໍເປັນອັນຕະລາຍເຖິງແກ່ຊີວິດຢ່າງຫລີກລ່ຽງບໍ່ໄດ້.