ຄຳມ່ວນ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຮອບທໍາອິດ 13.600 ໂດສ ຈາກສູນກາງ
March 6, 2021 - 12:30 PM
ໃນວັນທີ 5 ມີນາ 2021 ທ່ານ ດຣ ສົມບູນ ຄໍາພິທູນ ຫົວໜ້າຂະແໜ່ງອະນາໄມ ສົ່ງເສີມສຸຂະພາບ ໃຫ້ຮູ້ວ່າ: ແຜນປະຕິບັດການຈັດສັນ ສັກວັກຊີນປ້ອງກັນພະຍາດໂຄວິດ- ພາຍໃນແຂວງ ຕົ້ນເດືອນ ມີນາ ນີ້ແມ່ນມີເປົ້າໝາຍສັກໃຫ້ຜູ້ທີ່ມີຄວາມສ່ຽງເຊັ່ນ: ພະນັກງານແພດໝໍຂອງກະຊວງສາທາ, ແພດໝໍຂອງກະຊວງປ້ອງກັນປະເທດ, ແພດໝໍຂອງກະຊວງປ້ອງກັນຄວາມສະຫງົບ, ແພດໝໍພາກສ່ວນເອກະຊົນ, ພະນັກງານຫ້ອງວິເຄາະ, ການຢາ, ອາສາສະໝັກບ້ານ ແລະ ບຸກຄົນທີ່ມີຄວາມຈຳເປັນທີ່ຕ້ອງເດີນທາງເຂົ້-ອອກປະເທດ.
ວັກຊີນຄັ້ງທຳອິດນີ້ນວນ 13.600 ໂດສ (ຊີໂນພາມ) ແມ່ນຈະໄດ້ແບ່ງສັກກຸ່ມເປົ້າໝາຍຈໍານວນ 6.800 ຄົນ, ເລີ່ມສັກຕົ້ນເດືອນມີນານີ້, ໜຶ່ງຄົນຈະໄດ້ສັກສອງເຂັມ, ເຂັມທີ່ສອງແມ່ນຈະສັກເມື່ອຄົບກຳນົດ 28 ວັນຫ່າງຈາກທີ່ໄດ້ຊັກເຂັມທີ່ໜຶ່ງ ການສັກວັກຊີນຄັ້ງນີ້ແມ່ນກວມເອົາພຽງແຕ່ 2% ຂອງປະຊາກອນທັງໝົດພາຍໃນແຂວງ.