ຖືກໄລ່ອອກຈາກມະຫາວິທະຍາໄລໃນວັນນັ້ນ ກາຍເປັນມະຫາເສດຖີໃນວັນນີ້
Huang Yimeng ມະຫາເສດຖີຈີນຄົນໃໝ່ທີ່ໄດ້ຮັບໂຊກຈາກຄວາມບໍ່ລົງລອຍຂອງ Huawei ແລະ Tencent.
Huang Yimeng ອາຍຸ 38 ປີ ກາຍເປັນມະຫາເສດຖີຈີນຄົນໃໝ່ ຫລັງຈາກບໍລິສັດ XD Inc. ຂອງລາວ ເຊິ່ງເປັນບໍລິສັດເກມທີ່ບໍ່ຄ່ອຍມີຄົນຮູ້ຈັກ ເຕີບໃຫຍ່ຂຶ້ນເປັນປະຫວັດສາດ ເນື່ອງຈາກ Huawei ນຳເອົາເກມຂອງ Tencent Holdings Ltd. ຄ້າຍເກມຍັກໃຫຍ່ອອກຈາກ AppGallery ຊົ່ວຄາວ ຈາກຂໍ້ຂັດແຍ່ງເລື່ອງສ່ວນແບ່ງລາຍໄດ້.
ສົ່ງຜົນໃຫ້ຜູ້ລົງທຶນຫັນໄປຫາ TapTap ຊຸມຊົນເກມຂອງບໍລິສັດ XD Inc. ທີ່ມີຜູ້ນຳໃຊ້ຫລາຍກວ່າ 20 ລ້ານຄົນຕໍ່ເດືອນ ແລະ ໃນເດືອນມັງກອນຜ່ານມາ ຫຸ້ນຂອງບໍລິສັດເພີ່ມຂຶ້ນເປັນປະຫວັດສາດເຖິງ 24% ແລະ ເພີ່ມຂຶ້ນປະມານ 470% ນັບແຕ່ຈົດທະບຽນໃນຮົງກົງເມື່ອທ້າຍປີ 2019 ຊຸກດັນໃຫ້ມູນຄ່າຫລັກຊັບສູງເຖິງ 3.700 ລ້ານໂດລາສະຫະລັດ ເຊິ່ງເປັນຂອງ Huang Yimeng ປະມານ 1.300 ລ້ານໂດລາສະຫະລັດ ດ້ວຍຫຸ້ນໃນມື 35%.
ຂະນະທີ່ TapTap ເຊິ່ງເປັນໜຶ່ງໃນອຸດສາຫະກຳເກມຂອງຈີນທີ່ພຽງບໍ່ເທົ່າແຫ່ງທີ່ບໍ່ໄດ້ອາໄສ Tencent ເຕີບໃຫຍ່ຂຶ້ນຢ່າງວ່ອງໄວ ດ້ວຍຄວາມສາມາດໃນການດຶງດູດຜູ້ລົງທຶນຍັກໃຫຍ່ ລວມທັງ ByteDance ມາຮ່ວມລົງທຶນນຳ.
ເສັ້ນທາງການເປັນ CEO ຂອງ Huang Yimeng ເລີ່ມຕົ້ນແບບບໍ່ໜ້າເຊື່ອ ໂດຍຄວາມພະຍາຍາມໃນການເປັນຜູ້ປະກອບການຄັ້ງທຳອິດຂອງລາວ ເຮັດໃຫ້ລາວຕ້ອງຖືກໄລ່ອອກຈາກມະຫາວິທະຍາໄລ.
Huang Yimeng ເປັນອະດີດນັກກິລາບານບ້ວງ ທີ່ເລີ່ມທຸລະກິດທຳອິດດ້ວຍເຄືອຂ່າຍການດາວໂຫລດແບບເພີຍທູເພີຍ ເອີ້ນວ່າ: “VeryCD” ເຊິ່ງເຕັມໄປດ້ວຍເນື້ອຫາລະເມີດລິຂະສິດ.
ໃນປີ 2003 ມີກໍລະນີຄລິບໂປ້ທີ່ກະຈາຍໃນເຄືອຂ່າຍ ເຊິ່ງແຜ່ຫລາຍໃນ VeryCD ທີ່ລາວສ້າງຂຶ້ນ, ແຕ່ລາວປະຕິເສດຈະລົບຄລິບດັ່ງກ່າວ ໂດຍກ່າວວ່າແພກຟອມອອນລາຍຂອງລາວບໍ່ຈຳເປັນຕ້ອງຮັບຜິດຊອບໃນການກວດສອບເນື້ອຫາ ເຮັດໃຫ້ລາວຕ້ອງຖືກໄລ່ອອກຈາກມະຫາວິທະຍາໄລ.
Huang Yimeng ຢືນຢັນວ່າລາວບໍ່ເສຍໃຈໃນການຕັດສິນໃຈຄັ້ງນັ້ນ ເພາະລາວໂຊກດີທີ່ໄດ້ອອກຈາກມະຫາວິທະຍາໄລ ຈຶ່ງມີໂອກາດເຂົ້າສູ່ການເຮັດວຽກດ້ວຍເວັບໄຊໄວຂຶ້ນ.
ລາວມີປະສົບານກວ່າ 14 ປີໃນອຸດສາຫະກຳເກມ, ໂທລະຄົມມະນາຄົມ, ເຕັກໂນໂລຊີ ແລະ ອິນເຕີເນັດ ໂດຍມີປະສົບການດ້ານການບໍລິຫານຫລວງຫລາຍໃນອຸດສາຫະກຳເຕັກໂນໂລຊີ ລວມທັງດຳລົງຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານຂອງ Shanghai Weixi Network Technology Co., Ltd. ນັບແຕ່ປີ 2005 ເຖິງ 2007 ແລະ ປະທານເຈົ້າໜ້າທີ່ບໍລິຫານຂອງ Shanghai Shaosi Network Technology Co., Ltd. ນັບແຕ່ປີ 2007 ເຖິງ 2011.
ກ່ອນຈະດຳລົງຕຳແໜ່ງປະທານຄະນະກຳມະການຂອງ XD ນັບແຕ່ເດືອນກໍລະກົດ 2011 ປັດຈຸບັນຍັງດຳລົງຕຳແໜ່ງກຳມະການໃນບໍລິສັດຍ່ອຍຫລາຍແຫ່ງ ໄດ້ແກ່ PRC Consolidated Affiliated Entities ແລະ Relevant Entities.
TapTap ສ້າງຕັ້ງຂຶ້ນໃນປີ 2016 ແລະ ເປີດໃຫ້ນຳໃຊ້ໄດ້ຟຣີນັບແຕ່ເລີ່ມຕົ້ນ ໂດຍບໍລິສັດຂອງ Huang Yimeng ຍັງສ້າງລາຍໄດ້ສ່ວນຫລາຍຈາກການຂາຍໄອເທັມສະເໝືອນຈິງໃນເກມ.
ຍອດຂາຍໂຄສະນາຜ່ານ TapTap ຄິດເປັນໜ້ອຍກວ່າໜຶ່ງໃນຫ້າຂອງລາຍໄດ້ທັງໝົດ 205 ລ້ານໂດລາສະຫະລັດຂອງ XD Inc. ໃນໄລຍະ 6 ເດືອນທຳອິດຂອງປີ 2020 ເຊິ່ງ Huang Yimeng ຄາດວ່າ TapTap ຈະມີສ່ວນຊ່ວຍໃນອັດຕາທີ່ເພີ່ມຂຶ້ນ ເນື່ອງຈາກແພກຟອມຍັງເພີ່ມຊ່ອງໂຄສະນາຢ່າງຕໍ່ເນື່ອງ.
ໃນເດືອນເມສາ 2020 Huang Yimeng ອອກຈົດໝາຍເຖິງຜູ້ຖືຫຸ້ນ ໂດຍມຸ້ງເນັ້ນໃສ່ມູນຄ່າໄລຍະຍາວຂອງບໍລິສັດ, Huang Yimeng ເຊື່ອວ່າ XD ຈະປ່ຽນໄປສູ່ຮູບແບບໃໝ່ ແລະ ນຳສະເໜີເນື້ອຫາລະດັບພຣີມ່ຽມ ແລະ ພິເສດທີ່ສຸດສຳລັບ TapTap ເພື່ອສົ່ງມອບເນື້ອຫາທີ່ມີຄຸນນະພາບຫລາຍຂຶ້ນ ແລະ ເພີ່ມອັດຕາການເຕີບໃຫຍ່ຂອງ TapTap ຢ່າງຕໍ່ເນື່ອງ.