ກຳປູເຈຍ ປະເຊີນໜ້າກັບການລະບາດ ຂອງໂຄວິດ-19 ຮອບສອງ
ຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ມີນານີ້ວ່າ ກະຊວງສາທາລະນະສຸກກຳປູເຈຍ ປະກາດວ່າ ມີຜູ້ຕິດເຊື້ອໃໝ່ ອັນໄດ້ຕົວເລກສະສົມທັງໝົດຂຶ້ນເປັນ 1.011 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດໃດໆ. ກໍລະນີຕິດເຊື້ອໃໝ່ພົບເຫັນຢູ່ທີ່ນະຄອນຫຼວງພະນົມເປັນ ແລະ ບັນດາແຂວງເຊັ່ນ: Preah Sihanouk, Kandal, Kampong Cham, Kampong Thom.
ການລະບາດໃນຊຸມຊົນຮອບໃໝ່ທີ່ກຳປູເຈຍກຳລັງປະເຊີນໜ້າກັບ ເລີ່ມແຕ່ທ້າຍເດືອນກຸມພາເປັນຕົ້ນມາ ຢູ່ໃນພະນົມເປັນໂດຍການເຊິ່ງ ການລະບາດຄັ້ງນີ້ ແມ່ນຕິດຕໍ່ມາຈາກຄົນຕ່າງປະເທດທີ່ລັກລອບໜີອອກຈາກສູນກັກກັນ.
ໂດຍໜັງສືພິມ Khmer Times ໃຫ້ຮູ້ວ່າ ມີ 4 ຄົນໃນນັ້ນມີ 2 ຄົນຜົນກວດເປັນບວກ ແລະ ສົງໄສວ່າພວກເຂົາຕິດເຊື້ອໂຄວິດ-19 ກາຍພັນໃໝ່ມາຈາກອັງກິດ ທີ່ລັກລອບໜີອອກຈາກໂຮງແຮມ ຊຶ່ງເປັນບ່ອນກັກກັນ ໄປທ່ຽວເທັກທ່ຽວບາໃນຍາມກາງຄືນ.
ເພື່ອເປັນການສະກັດກັ້ນການແພ່ລະບາດໃນຊຸມຊົນບໍ່ກວ້າງອອກໄປກວ່ານີ້, ກະຊວງສຶກສາ -ຊາວໜຸ່ມ ແລະ ກີລາ ກຳປູເຈຍ ໄດ້ສະເໜີ ໃຫ້ປິດສະຖານທີ່ອອກກຳລັງກາຍທຸກແຫ່ງໃນນະຄອນຫຼວງພະນົມເປັນ ແລະ ບັນດາແຂວງ Kandal, Preah Sihanouk ແລະ ແຂວງອື່ນໆ ຈົນກວ່າທີ່ຈະມີການປະກາດໃໝ່.
ກ່ອນໜ້ານີ້, ກຳປູເຈຍ ໄດ້ວາງຂໍ້ກຳນົດລົງໂທດຈຳຄຸກທີ່ໜັກໜ່ວງແຕ່ ຕໍ່ຜູ້ຝືນດື້ບໍ່ປະຕິບັດລະບຽບ10-20 ປີ.