ລັັກລົດໃຫຍ່ ຖືກເຈົ້າໜ້າທີ່ນຳຈັບ ໄດ້ພາຍໃນ 7 ຊົ່ວໂມງ
March 9, 2021 - 2:43 PM
ວັນທີ 9 ມີນາ 2021 ນີ້ ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາໄດ້ມີຄົນຮ້າຍລັກລົດໃຫຍ່ປະເພດ ວີໂກ້ ໝາຍເລກທະບຽນ (ກຜ 7269) ຢູ່ໜ່ວຍ 57 ບ້ານແສງສະຫວ່າງ ເມືອງໄຊເສດຖາ, ພາຍຫລັງໄດ້ຮັບແຈ້ງເຈົ້າໜ້າທີ່ປກສ ຈຶ່ງສາມາດກໍານົດໄດ້ເປົ້າໝາຍ, ຮອດຕອນເຊົ້າວັນທີ່ 6 ມີນາ 2021 ສາມາດຈັບໄດ້ເປົ້າໝາຍລັກລົດ ຊື່ທ້າວ ພຸດທະວົງ ວ່າງງານ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ພ້ອມເກັບກູ້ໄດ້ຜົນເສຍຫາຍ.
ຜົນການສອບສວນເບື້ອງຕົ້ນຜູ້ກ່ຽວມີປະຫວັດຜ່ານມາເປັນຜູ້ເສບຢາບ້າ, ລັກງັດແງະ, ທຸບແວ່ນລົດ ເຊິ່ງເຄີຍຖືກກັກ ແລະ ດຳເນີນຄະດີມາກ່ອນໜ້ານີ້.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນການລົງໂທດຜູ້ກ່ຽວຕາມລະບຍບກົດໝາຍ.