ຄົນຖືພາຍ່ຽວຫລາຍໆເທື່ອເປັນຍ້ອນຫຍັງ ແລະ ອັນຕະລາຍຫລືບໍ່ ?
March 10, 2021 - 9:13 AM


ຄົນຖືພາ ຫລື ແມ່ມານມັກຈະຕ້ອງພົບກັບອາການປວດຍ່ຽວຫລາຍເທື່ອ ເຊິ່ງເຮັດໃຫ້ເກີດຄວາມກັງວົນໄດ້ວ່າອາການແບບນີ້ເປັນອັນຕະລາຍຫລືບໍ່ ດັ່ງນັ້ນ ພວກເຮົາຈຶ່ງໄດ້ລວບລວມຂໍ້ມູນດີໆກ່ຽວກັບອາການປວດຍ່ຽວຕະຫລອດໃນຄົນຖືພາມາແນະນຳບັນດາທ່ານ ດັ່ງນັ້ນ :


- ແມ່ຍິງຖືພາປວດຍ່ຽວຕະຫລອດ ຫລື ຍ່ຽວຫລາຍເທື່ອ ເກີດຈາກຫຍັງ ? ອາການປວດຍ່ຽວຫລາຍເທື່ອໃນຄົນຖືພາຖືເປັນເລື່ອງທີ່ປົກກະຕິຫລາຍ ເນື່ອງຈາກຮໍໂມນທີ່ເພີ່ມຂຶ້ນ ບວກກັບມົດລູກທີ່ຂະຫຍາຍໃຫຍ່ຂຶ້ນເລື້ອຍໆ ຈຶ່ງໄປບຽດກັບພົກຍ່ຽວ ເຮັດໃຫ້ມີອາການປວດຍ່ຽວຫລາຍເທື່ອກ່ວາປົກກະຕິ ໂດຍສະເພາະໃນໄລຍະໃກ້ຈະເກີດລູກ. ດັ່ງນັ້ນ, ຈຶ່ງໝົດກັງວົນໄປໄດ້ເລີຍ ເພາະອາການແບບນີ້ບໍ່ເປັນອັນຕະລາຍຢ່າງແນ່ນອນ ແລະ ຈະເຊົາເປັນປົກກະຕິໄດ້ເອງຫລັງຈາກເກີດລູກແລ້ວ.
- ຍ່ຽວແບບໃດທີ່ອາດເປັນອັນຕະລາຍໄດ້ : ເຖິງວ່າການປວດຍ່ຽວຕະຫລອດ ຫລື ຍ່ຽວຫລາຍໆເທື່ອໃນຄົນຖືພາຈະເປັນເລື່ອງປົກກະຕິ, ແຕ່ຫາກມີອາການດັ່ງກ່າວຕໍ່ໄປນີ້ຮ່ວມນຳ ກໍອາດເປັນອັນຕະລາຍໄດ້ຄືກັນ ເຊິ່ງໄດ້ແກ່ອາການດັ່ງນີ້ :
- ຍ່ຽວແສບ, ຍ່ຽວຂັດ.
- ຍ່ຽວມີສີຂຸ້ນ.
- ມີໄຂ້ສູງ.
- ປວດສັນຫລັງ.
- ມີເລືອດອອກ.
ໂດຍອາການເຫລົ່ານີ້ອາດເປັນສັນຍານທີ່ບົ່ງບອກວ່າທ່ານກຳລັງຕິດເຊື້ອໃນລະບົບທໍ່ຍ່ຽວ ຫລື ເປັນໜິ້ວໃນພົກຍ່ຽວ ເຊິ່ງຄວນຮີບໄປໂຮງໝໍທັນທີເພື່ອຮັບການກວດ ເພາະຫາກປ່ອຍໄວ້ດົນອາດເປັນອັນຕະລາຍໄດ້ທັງຕໍ່ໂຕແມ ແລະ ລູກໃນທ້ອງ.


- ຄຳແນະນຳການເບິ່ງແຍງຕົນເອງເມື່ອຍ່ຽວຕະຫລອດ ຫລື ຍ່ຽວຫລາຍ : ເຖິງວ່າອາການຍ່ຽວຕະຫລອດ ຫລື ຍ່ຽວຫລາຍຈະເປັນເລື່ອງທີ່ເກີດຂຶ້ນໄດ້ຕາມປົກກະຕິ, ແຕ່ກໍຕ້ອງເບິ່ງແຍງຕົນເອງໃຫ້ຖືກວິທີນຳ ໂດຍມີຄຳແນະນຳໃນການເບິ່ງແຍງຕົນເອງ ດັ່ງນີ້ :
- ຄວນດື່ມນຳ້ຫລາຍໆ ມື້ລະ 8 – 10 ຈອກ ເພື່ອທົດແທນນຳ້ທີ່ຖືກໄລ່ອອກມາໃນຮູບແບບຂອງນຳ້ຍ່ຽວ.
- ງົດເຄື່ອງດື່ມອານກໍຮໍ ແລະ ກາເຟອີນຢ່າງເດັດຂາດ ເພາະຈະກະຕຸ້ນໃຫ້ປວດຍ່ຽວຫລາຍກ່ວາເກົ່າໄດ້ ທັງຍັງເປັນອັນຕະລາຍຕໍ່ລູກໃນທ້ອງນຳອີກ.
- ຫລັງຈາກຍ່ຽວແລ້ວ ຄວນລ້າງເຮັດຄວາມສະອາດໃຫ້ດີ ແລະ ເຊັດໃຫ້ແຫ້ງທຸກເທື່ອ ເພື່ອປ້ອງກັນການຕິດເຊື້ອ ແລະ ການອັບຊຸ່ມທີ່ອາດສົ່ງຜົນໃຫ້ເກີດເຊື້ອລາໄດ້.
- ຢາກອົດ ຫລື ກັ້ນຍ່ຽວເດັດຂາດຫາກບໍ່ຈຳເປັນແທ້ໆ ເພາະຈະເຮັດໃຫ້ສ່ຽງຕໍ່ການເກີດລູກກ່ອນກຳນົດ ຫລື ຕິດເຊື້ອໃນລະບົບທໍ່ຍ່ຽວໄດ້.
- ຫາກພົບຄວາມຜິດປົກກະຕິໃດໆ ຄວນຮີບໄປໂຮງໝໍທັນທີ ເຊັ່ນ : ຍ່ຽວເປັນສີແດງ ຫລື ມີອາການແສບຂັດ ເປັນຕົ້ນ.