ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່

ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່ - 365795e3 - ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່
ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່ - kitchen vibe - ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່

ໃນອາທິດຜ່ານມານີ້, ສູນເລືອດກາແດງແຂວງອັດຕະປື ໄດ້ຈັດພີທີມອບ-ຮັບອາຄານສູນເລືອດຫລັງໃໝ່ ພາຍຫລັງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 14 ກັນຍາປີ 2020 ເປັນຕົ້ນມາ ແລະ ໄດ້ສຳເລັດ ໂດຍໃຊ້ເວລາການກໍ່ສ້າງເປັນເວລາ 5 ເດືອນກວ່າ, ໃນມູນຄ່າ 700 ລ້ານກວ່າກີບ ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານປະເທດເຢຍລະມັນຜ່ານສະ​ພາກາແດງເຢຍລະມັນ, ອາຄານຫລັງນີ້ແມ່ນຕັ້ງຢູ່ໂຮງໝໍແຂວງອັດຕະປື ເປັນອາຄານຊັ້ນດຽວ, ມຸ້ງດ້ວຍກະເບື້ອງ ແລະ ໂຄງສ້າງອາຄານເຮັດດ້ວຍເບຕົງເສີມເຫລັກ, ປະກອບດ້ວຍຫ້ອງວິເຄາະ, ຫ້ອງເກັບຮັກສາເລືອດ, ຫ້ອງປະຊຸມວິຊາການ, ຫ້ອງແພດຍາມ, ຫ້ອງຮັບບໍລິຈາກເລືອດ, ຫ້ອງສ້າງມ້ຽນເຄື່ອງບໍລິຈາກເລືອດ, ຫ້ອງລ້າງເຄື່ອງ ແລະ ຫ້ອງນໍ້າ.

ພິທີມອບ-ຮັບດັ່ງກ່າວ ລະຫວ່າງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ແລະ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ໂດຍການເຂົ້າຮ່ວມຂອງທ່ານ ດຣ ຕິມ ເບຣ ຜູ້ຕາງໜ້າສະພາກາແດງເຢຍລະມັນ ປະຈຳລາວ.

ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່ - Visit Laos Visit SALANA BOUTIQUE HOTEL - ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່

ໃນໂອກາດນີ້, ປະທານອົງການກາແດງລາວ ໄດ້ກ່າວວ່າ: ສູນເລືອດແຫ່ງໃໝ່ນີ້ຈະເປັນທ່າແຮງໃນການສ້າງຄວາມເຂັ້ມແຂງ ແລະ ສະດວກສະບາຍຂຶ້ນຂອງຄົນເຈັບໃນການຊົມໃຊ້ເລືອດ ແລະ ປີ 2021-2025 ສູນເລືອດແຂວງອັດຕະປືແມ່ນຈະສູ້ຊົນໃຫ້ໄດ້ 4.500 ຖົງ.   ໃນປະຈຸບັນເລືອດຍັງບໍ່ທັນພຽງພໍ ກັບຄວາມຮຽກຮ້ອງຕ້ອງການຂອງການຊົມໃຊ້ເລືອດ, ສະນັ້ນຈຶ່ງຮຽກຮ້ອງມາຍັງສັງຄົມໃນຂອບເຂດທົ່ວແຂວງອັດຕະປືຈົ່ງໄດ້ພ້ອມກັນປະກອບສ່ວນເຂົ້າໃນວຽກງານການບໍລິຈາກເລືອດ. ພ້ອມທັງເນັ້ນໃຫ້ສູນເລືອດແຂວງຕ້ອງເອົາໃຈໃສລະດົມ ຂົນຂວາຍຮັບບໍລິຈາກເລືອດຈາກຫລາຍພາກສ່ວນໃຫ້ບັນລຸຄາດໝາຍສູ້ຊົນ ແລະ ໃຫ້ປະສົບຜົນສຳເລັດນອກນັ້ນສະພາກາແດງເຢຍລະມັນຍັງໄດ້ປະກອບສ່ວນອຸປະກອນຄອມພິວເຕີ ມູນຄ່າ 9 ລ້ານກວ່າກີບໃຫ້ສູນເລືອດແຂວງອັດຕະປືອີກດ້ວຍ.

ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່ - 4 - ແຂວງອັດຕະປື ໄດ້ຮັບອາຄານສູນເລືອດຫລັງໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!