ຈີນຄອງ 5 ອັນດັບທຳອິດ ມະຫາວິທະຍາໄລດີເດັ່ນ ຈາກປະເທດເສດຖະກິດເກີດໃໝ່
ວັນທີ 10 ມີນາ 2021, ວາລະສານ Times Higher Education (THE) ຂອງສະຫະຣາຊະອານາກອັງກິດ ເປີດເຜີຍວ່າ: ຈີນເປັນປະເທດ ຫລື ພາກພື້ນທຳອິດທີ່ຄອງ 5 ອັນດັບທຳອິດຂອງການຈັດອັນດັບມະຫາວິທະຍາໄລດີເດັ່ນຈາກປະເທດເສດຖະກິດເກີດໃໝ່ (Emerging Economies University Rankings) ປະຈຳປີ 2021.
ມະຫາວິທະຍາໄລຟູດານ (Fudan University) ແລະ ມະຫາວິທະຍາໄລຊຽງໄຮ້ ຈຽວທົງ (SJTU) ຄອງອັນດັບ 4 ແລະ ອັນດັບ 5, ສ່ວນ 3 ອັນດັບທຳອິດ ໄດ້ແກ່ ມະຫາວິທະຍາໄລຊິງຫົວ (Tsinghua University), ມະຫາວິທະຍາໄລປັກກິ່ງ (PKU) ແລະ ມະຫາວິທະຍາໄລເຈີຈຽງ (ZJU) ໂດຍມະຫາວິທະຍາໄລຊິງຫົວຄອງອັນດັບ 1 ຕິດຕໍ່ກັນເປັນປີທີ 3 ແລ້ວ.
ຂະນະດຽວກັນ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີແຫ່ງປະເທດຈີນ (USTC) ແລະ ມະຫາວິທະຍາໄລໜານຈິງ (NU) ເປັນອີກ 2 ມະຫາວິທະຍາໄລຈາກຈີນທີ່ຕິດ 10 ອັນດັບທຳອິດນຳ ໂດຍຢູ່ອັນດັບ 7 ແລະ ອັນດັບ 9 ຕາມລຳດັບ.
ວາລະສານ Times Higher Education ລະບຸວ່າ: ມະຫາວິທະຍາໄລຈາກປະເທດເສດຖະກິດເກີດໃໝ່ມີການພັດທະນາຢ່າງວ່ອງໄວກວ່າປະເທດອື່ນໆທົ່ວໂລກທີ່ຕິດອັນດັບມະຫາວິທະຍາໄລດີເດັ່ນລະດັບໂລກຂອງວາລະສານ ໂດຍມີຈີນຄອງອັນດັບ 1 ໃນຈຳນວນມະຫາວິທະຍາໄລທີ່ຜ່ານເກນການຈັດອັນດັບເຖິງ 91 ແຫ່ງໃນປີ 2021.
ການຈັດອັນດັບມະຫາວິທະຍາໄລດີເດັ່ນຈາກປະເທດເສດຖະກິດເກີດໃໝ່ປະຈຳປີ 2021 ຄວບຄຸມສະຖານບັນການສຶກສາຈາກປະເທດ ແລະ ພາກພື້ນທີ່ FTSE Group ບໍລິສັດຜູ້ເຮັດດັດຊະນີລະດັບໂລກ ຈັດໃຫ້ເປັນປະເທດເສດຖະກິດເກີດໃໝ່ຊັ້ນນຳ, ເກີດໃໝ່ລະດັບຮອງ ແລະ ເກີດໃໝ່ ໂດຍມີມະຫາວິທະຍາໄລຜ່ານເກນລວມ 606 ແຫ່ງ ຈາກ 48 ປະເທດ ແລະ ພາກພື້ນ ເພີ່ມຂຶ້ນ 73 ແຫ່ງຈາກປີ 2020.
ອ້າງອີງ: ສຳນັກຂ່າວຊິນຮົວ