5 ໂຕການສຳຄັນທີ່ເຮັດໃຫ້ເປັນສິວຢູ່ຄໍ
March 11, 2021 - 9:22 AM
- ຄວາມມັນ ແລະ ສິ່ງເປິເປື້ອນຈາກເສັ້ນຜົມ : ທ່ານອາດຄິດບໍ່ເຖິງວ່າຄວາມມັນ ຫລື ສິ່ງເປິເປື້ອນທີ່ຕິດຢູ່ເທິງເສັ້ນຜົມລ້ວນມີສ່ວນເຮັດໃຫ້ເກີດສິວຢູ່ຄໍໄດ້ສະເໝີ ເພາະຄວາມມັນ ແລະ ສິ່ງເປິເປື້ອນຈາກເສັ້ນຜົມຖືເປັນໂຕການສຳຄັນທີ່ເຮັດໃຫ້ເປັນສິວອັດຕັນ ບໍ່ພຽງສະເພາະແຕ່ບໍລິເວນຄໍເທົ່ານັ້ນ, ແຕ່ຍັງລວມເຖິງບໍລິເວນໃບໜ້າ ແລະ ອາດລຸກລາມໄປເຖິງຫລັງໄດ້ຄືກັນ. ດັ່ງນັ້ນຈຶ່ງຄວນໝັ່ນເຮັດຄວາມສະອາດເສັ້ນຜົມຢູ່ສະເໝີ ບໍ່ຄວນປ່ອຍໃຫ້ເສັ້ນຜົມມັນ ແລະ ເຕັມໄປດ້ວຍສິ່ງເປິເປື້ອນ ຈະຊ່ວຍປ້ອງກັນບັນຫານີ້ໄດ້.
- ແພ້ສ່ວນປະສົມຂອງຢາສະຜົມທີ່ໃຊ້ : ບາງທ່ານທີ່ເປັນສິວຢູ່ຄໍ ສ່ວນໜຶ່ງອາດເປັນຍ້ອນແພ້ຢາສະຜົມ ຫລື ຄຣີມນວດຜົມທີ່ໃຊ້ຢູ່ ເນື່ອງຈາກຢາສະຜົມ ແລະ ຄຣີມນວດຈະມີສ່ວນປະສົມຂອງຊິລິໂຄນ ເຊິ່ງເປັນສານທີ່ເຄືອບເສັ້ນຜົມ ແລະ ຊ່ວຍໃຫ້ເສັ້ນຜົມມີຄວາມນຸ້ມມື່ນ, ແຕ່ກໍປະຕິເສດບໍ່ໄດ້ວ່າສານຊະນິດນີ້ມີສ່ວນເຮັດໃຫ້ເກີດການອັດຕັນຂອງຮູຂຸມຂົນຈົນເຮັດໃຫ້ເປັນສິວໄດ້ ແລະ ບາງຄົນທີ່ແພ້ແຮງ ອາດເຮັດໃຫ້ເສັ້ນຜົມຂາດຫລົ່ນຫລາຍຜິດປົກກະຕິ.
- ຄຣີມກັນແດດທີ່ມີຄ່າ SPF ສູງ : ເຖິງວ່າທ່ານຈະພະຍາຍາມໃຊ້ຄຣີມກັນແດດທີ່ມີຄ່າ SPF ສູງ ເພື່ອປ້ອງກັນຜິວຈາກແສງແດດ, ແຕ່ຢ່າລືມວ່າຍິ່ງຄຣີມກັນແດດມີຄ່າ SPF ສູງເທົ່າໃດ ກໍຍິ່ງມີປະລິມານຂອງນຳ້ມັນຢູ່ໃນຄຣີມຫລາຍເທົ່ານັ້ນ. ດັ່ງນັ້ນ, ຫາກທາຄຣີມກັນແດດທີ່ມີຄ່າ SPF ສູງບໍລິເວນລຳຄໍ ຈຳເປັນຕ້ອງເຮັດຄວາມສະອາດໃຫ້ກ້ຽງດີ ເພື່ອຫລຸດບັນຫາການເກີດສິວ.
- ຄວາມເຄັ່ງຄຽດ ແລະ ຄວາມປ່ຽນແປງຂອງຮໍໂມນ : ເຖິງວ່າສິວຢູ່ຄໍຈະບໍ່ໄດ້ເປັນໂຕສົ່ງສັນຍານຂອງການເປັນພະຍາດຮ້າຍແຮງແຕ່ຢ່າງໃດກໍຕາມ, ແຕ່ກໍຖືເປັນໂຕການທີ່ເຮັດໃຫ້ຮູ້ວ່າຮ່າງກາຍຢູ່ໃນສະພາບເຄັ່ງຄຽດ ແລະ ຢູ່ໃນໄລຍະທີ່ຮໍໂມນກຳລັງປ່ຽນແປງ ໂດຍສະເພາະໃນໄລຍະກ່ອນເປັນປະຈຳເດືອນ ທ່ານມັກຈະມີຄວາມເຄັ່ງຄຽດ ແລະ ສິ່ງທີ່ຕາມມາກໍຄື ສິວທີ່ຂຶ້ນຕາມຜິວໜ້າ, ຂອບໜ້າ ແລະ ຄໍ ຢ່າງປະຕິເສດບໍ່ໄດ້ເລີຍ.
- ເຄື່ອງນຸ່ງໜາເກີນໄປ : ການນຸ່ງເຄື່ອງທີ່ມີຄວາມໜາຈົນເກີນໄປ ຍ່ອມສ່ຽງຕໍ່ການເຮັດໃຫ້ເປັນສິວຢູ່ຄໍໄດ້ງ່າຍ ເນື່ອງຈາກເນື້ອຜ້າປະເພດນີ້ບໍ່ສາມາດລະບາຍອາກາດໄດ້ດີ ເມື່ອມີເຫື່ອໄຫລອອກມາກໍບໍ່ສາມາດລະບາຍອອກໄດ້ດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ເກີດການອັບຊຸ່ມ ສົ່ງຜົນໃຫ້ເກີດສິວອັດຕັນຕາມມາ.