ກອງທຶນ Harris Freeman ອຸປະຖຳເງິນເກືອບ 1 ຕື້ ດົ່ງຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ
ຂ່າວຕ່າງປະເທດ ຈາຫວຽດນາມ ວັນທີ 11 ມີນານີ້ ໃຫ້ຮູ້ວ່າ: ບ້ວງເງິນຊ່ວຍເຫຼືອດັ່ງກ່າວຈະນຳໃຊ້ເຂົ້າໃນການກໍ່ສ້າງໂຄງການເປີດກ້ວາງສູນແກ້ທາດພິດ ແລະ ກາຍຍະພາບບຳບັດຢູ່ຖະໜົນ ຫງວຽນວັນເຫ່ວ, ເມືອງ ແທັງເຄ, ນະຄອນດ່ານັ້ງ.
ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ອະນຸມັດໃຫ້ຮັບບ້ວງເງິນອຸປະຖຳດັ່ງກ່າວເກືອບ 1 ຕື້ດົ່ງ ໂດຍກອງທຶນ Harris Freeman – ອາເມລິກາ ອຸປະຖຳໃຫ້ແກ່ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດດີໂອຊິນ ໃຫ້ ສາທາລະນະສຸກ ນະຄອນດ່ານັ້ງ ເພື່ອປິ່ນປົວ ແລະ ກາຍຍະພາບບຳບັດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ບ້ວງເງິນອຸປະຈຳດັ່ງກ່າວຈະນຳໃຊ້ກໍ່ສ້າງໂຄງການເປີດກ້ວາງສູນແກ້ທາດພິດ ແລະ ກາຍຍະພາບບຳບັດຢູ່ຖະໜົນ ຫງວຽນວັນເຫ່ວ, ເມືອງ ແທັງເຄ, ນະຄອນດ່ານັ້ງ.
ຄະນະກຳມະການປະຊາຊົນນະຄອນ ດານັງ ໄດ້ມອບໝາຍໃຫ້ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເປັນຜູ້ຈັດຕັ້ງປະຕິບັດ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງໃນການຄວບຄຸມ ແລະ ນຳໃຊ້ແຫຼ່ງອຸປະຖຳດັ່ງກ່າວໃຫ້ມີປະສິດທິຜົນ, ຮັບປະກັນເປົ້າໝາຍ ແລະ ບັນດາຂໍ້ກຳນົດຂອງລັດ ຢ່າງຖືກຕ້ອງກ່ຽວກັບການຮັບມື, ຄວບຄຸມ ແລະ ນຳໃຊ້ເງິນອຸປະຖຳຈາກລັດຖະບາດຕ່າງປະເທດ.
ກ່ອນໜ້ານັ້ນ ຄືວັນທີ 20 ກຸມພາ 2014, ນະຄອນດ່ານັ້ງໄດ້ຈັດຕັ້ງພິທີເປີດນຳໃຊ້ສູນແກ້ພິດ ແລະ ກາຍຍະພາບບຳບັດດັ່ງກ່າວ ໃນເນື້ອທີ່ທັງໝົດເກືອບ 30 ຕາແມດ.
ນີ້ແມ່ນໂຄງການທີ່ມີຄວາມໝາຍດ້ານມະນຸດສະທຳ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃຫ້ເຂົາເຈົ້າໄດ້ຮັບການເບິ່ງແຍງດູແລ, ຟື້ນຟູສຸຂະພາບ, ພິເສດແມ່ນເດັກນ້ອຍທີ່ຖືກພິດ ດີໂອຊິນ ຜ່ານພົ້ນຈາກພະຍາດ ແລະ ເຊື່ອມຕົວເຂົ້າກັບວົງຄະນະຍາດໃນສັງຄົມ.