ມູນຄ່າຊັບສິນການລົງທຶນຂອງນັກລົງທຶນໃນຕຳນານ Warren Buffett ຫຼາຍກວ່າ 100 ຕື້ ໂດລາ
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 11 ມີນານີ້ ໃຫ້ຮູ້ວ່າ ນັກລົງທຶນໃນຕຳນານ ຊາວສະຫະລັດ Warren Buffett ມີມູນຄ່າຊັບສິນການລົງທຶນທັງໝົດຫຼາຍກວ່າ 100 ຕື້ໂດລາ- Bloomberg ລາຍງານ.
ໂດຍອີງໃສ່ມູນຄ່າດັ່ງກ່າວ, Bloomberg ໄດ້ເຂົ້າຮ່ວມສະໂມສອນທີ່ຮັ່ງທີ່ສຸດໜຶ່ງບໍ່ມີສອງຂອງໂລກ. ສຳນັກຂ່າວ ຊີເອັນເອັນ ຊີ້ວ່າ Warren Buffett ເປັນຜູ້ຮັ່ງມີຢູ່ອັນດັບທີ 6 ຂອງໂລກ, ຖັດຈາກປະທານ ທັງເປັນຜູ້ບໍລິຫານ ເຟສບຸກ ທ່ານ Mark Zuckerberg.
ປີນີ້ ເສດຖິເງິນຕື້ 99 ປີຄົນນີ້, ໄດ້ລົງທຶນເພີ່ມເຕີມອີກ 13 ຕື້ໂດລາ ເຂົ້າໃນມູນຄ່າລົງທຶນທັງໝົດຂອງຕົນ ໃນຂະນະທີ່ຫຸ້ນໃນກຸ່ມອຸດສາຫະກຳ ແລະ ປະກັນໄພຂອງເຂົາເພີ່ມຂຶ້ນສູງ. ຮຸ້ນຂອງກຸ່ມບໍລິສັດ Berkshire Hathaway (BRKA) ເພີ່ມຂຶ້ນເກືອຍ 15% ໃນປີ 2021 ນີ້, ຊຶ່ງນຳເອົາມູນຄ່າການລົງທຶນໃຫ້ກັບບໍລິສັດຫຼາຍກວ່າ 600 ຕື້ໂດລາ.
Warren Buffett ແລະ ກຸ່ມບໍລິສັດ Berkshire Hathaway ຕົ້ນຕໍແມ່ນລົງທຶນໃສ່ຮຸ້ນທີ່ມີການເຕີບໂຕຊ້າ, ມີຫຼາຍຮຸ້ນໃນຈຳນວນນັ້ນ ຈະເລີ່ມເຄື່ອນໄຫວໃນປີນີ້ ໃນຂະນະທີ່ຕະຫຼາດໄດ້ຮັບການຟື້ນຟູຫຼັງ ໂຄວິດ-19.
Bloomberg ໃຫ້ຮູ້ວ່າ ເຖິງແມ່ນ Warren Buffett ຈະລົງທຶນເຖິງ 100 ຕື້ແລ້ວກໍຕາມ ແຕ່ກໍຍັງຫ່າງໄກຫຼາຍເມື່ອທຽບໃສ່ຄົນທີ່ຮັ່ງທີ່ສຸດໃນໂລກເຊັ່ນ CEO Jeff Bezos ຂອງ Amazon ຜູ້ທີ່ມີມູນຄ່າຊັບສິນການລົງທຶນ 180 ຕຶື້ໂດລາ, ເສດຖີ Elon Musk ຢູ່ອັນດັບ 2 ໃນມູນຄ່າຊັບສິນການລົງທຶນ 178 ຕື້ໂດລາ. ສ່ວນ Microsoft Bill Gates ຢູ່ທີ 3 ໃນຕາຕະລາງລາຍຊື່, ມີມູນຄ່າຊັບສິນການລົງທຶນ 138 ຕື້ໂດລາ, ໃນຂະນະດຽວປະທານຂອງກຸ່ມບໍລິສັດ ສິນຄ້າ ເບັດຕະເລັດ LVMH Bernard Arnault ຢູ່ອັນດັບທີ 4 ໃນຕາຕະລາງ, ມີມູນຄ່າຊັບສິນການລົງທຶນທັງໝົດ 122 ຕື້ໂດລາ. CEO của Facebook ກໍຄື Mark Zuckerberg ຢູ່ອັນດັບທີ 5 ດ້ວຍມູນຄ່າຊັບສິນລົງທຶນ 101 ຕື້ໂດລາ.
Buffett ໄດ້ປະກອບສ່ວນເຂົ້າໃນກອງທຶນ ເພື່ອມະນຸດສະທຳຫຼາຍຕື້ໂດລາ ແລະ ໃນປີ 2006 ເຂົາໃຫ້ຄຳໝັ້ນສັນຍາວ່າ ຈະເຄື່ອນໄຫວດ້ານມະນຸດສະທຳໃນທັງໝົດມູນຄ່າຊັບສິນຂອງຕົນ.