ສະມາຄົມການສຶກສາພາກເອກະຊົນ ສະຫລຸບແຜນການ ປະຈຳປີ 2020 ແລະ ທິດທາງແຜນການປີ 2021
Kham Phutຂ່າວພາຍໃນ
ວັນທີ 12 ມີນາ 2021 ນີ້ ສະມາຄົມການສຶກສາພາກເອກະຊົນ ສະຫລຸບແຜນການ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ເຊິ່ງຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມທ່ານ ຄຳແສນ ສິສະວົງ ປະທານສະມາຄົມການສຶກສາພາກເອກະຊົນ ໃຫ້ຮູ້ວ່າ:ຕະຫລອດໄລຍະ 5 ປີຜ່ານມາ ສາມາດເກັບກຳສະຖິຕິໂຮງງຮຽນພາກເອກະຊົນໄດ້ທັງໝົດ 1.046 ແຫ່ງ ແລະ ເຂົ້າເປັນສະມາຊິກຂອງສະມາຄົມແລ້ວ 513 ແຫ່ງ, ມີນັກຮຽນທັງໝົດ 149.959 ຄົນ, ຄູ-ອາຈານ 9.632 ຄົນ ເຊິ່ງຖືວ່າເປັນກຳລັງແຮງໜຶ່ງໃນການພັດທະນາການສຶກສາໃຫ້ແກ່ນ້ອງນັກຮຽນ, ສ້າງອາຊີບ ແລະ ໃຫ້ຮັກຮຽນໄດ້ເຂົ້າສຶກສາຮໍ່າຮຽນຕາມໄວອາຍຸ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດບໍ່ໜ້ອຍ ໂດຍສະເພາະຫລາຍໂຮງຮຽນສາມາດສົ່ງນັກຮຽນຂອງຕົນສອບເສັງນັກຮຽນເກັ່ງ ພ້ອມທັງຍາດໄດ້ 3 ອັນດັບໃນແຕ່ລະຂັ້ນ.
ທ່ານໃຫ້ຮູ້ຕື່ມວ່າ ຄະນະບໍລິຫານງານ ສກອ ໃນໄລຍະຜ່ານມາ ແມ່ນສາມາດຕິດຕາມການເຄື່ອນໄຫວຂອງບັນດາໂຮງຮຽນພາກເອກະຊົນ, ສົ່ງເສີມຜູ້ປະກອບການ ໃຫ້ມີຄວາມສາມັກຄີ, ຫ້າວຫັນຕໍ່ການພັດທະນາການຮຽນ-ການສອນ ແລະ ໜັກແໜ້ນການນຳພາຂອງພັກ-ລັດ ເພື່ອສ້າງຄຸນນະພາບການສຶກສາໄປພ້ອມກັນ ເຊິ່ງກໍໄດ້ຮັບຜົນຕອບຮັບເປັນຢ່າງດ, ແຕ່ເຖິງຢ່າງໃດກໍຕາມ ການເຄື່ອນໄຫວຍັງບໍ່ທັນໄດ້ຄົບຖ້ວນສົມບູນທຸກທ້ອງຖິ່ນ, ບາງໂຮງຮຽນຍັງບໍ່ທັນເຫັນຄວາມສຳຄັນຂອງພາກສ່ວນສະມາຄົມ, ການຝຶກອົບຮົມ, ກິດຈະກຳ ແລະ ການຮ່ວມມືຍັງບໍ່ທັນທົ່ວງເຖິງ ດັ່ງນັ້ນ, ໃນໄລຍະຕໍ່ໜ້າຈະແກ້ໄຂ ວຽກງານດ້ານແນວຄິດການເມືອງ ໂດຍການສົ່ງເສີມໃຫ້ມີການເຝິກອົບຮົມການເມືອງໄລຍະສັ້ນ ໃຫ້ໄດ້ຢ່າງຕໍ່າ 2 ຊຸດ, ສົ່ງເສີມໃຫ້ມີການຂະຫຍາຍອົງການຈັດຕັ້ງມະຫາຊົນ, ກົນໄກຂອງວຽກງານຂະແໜງການຢ່າງຕໍ່ເນື່ອງ, ສົ່ງເສີມໃຫ້ມີການພັດທະນາການຮຽນ-ການສອນ ແນໃສ່ຄຸນນະພາບ ແລະ ປະລິມານ ທັງຄູ-ອາຈານ ແລະ ນັກຮຽນໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ຢ່າງທັນຍຖກທັນສະໄໝ.