ປົດທັນທີລັດຖະມົນຕີສາທາລະນະສຸກຈໍແດນ ຫລັງໂຮງໝໍອົກຊີດັບ ເຮັດໃຫ້ຄົນເຈັບເສຍຊີວິດ
March 15, 2021 - 11:30 AM
ວັນທີ 14 ມີນາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງຈໍແດນຖືກປົດຈາກຕຳແໜ່ງ ເພາະອຸປະກອນອົກຊິເຈນຢູ່ໂຮງໝໍມີຄວາມຂັດຂ້ອງ ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ແລະ ຄົນເຈັບສຸກເສີນທີ່ປິ່ນປົວຢູ່ເສຍຊີວິດທັງໝົດ 7 ຄົນ ຢູ່ໂຮງໝໍຊອດແຫ່ງໃໝ່ຂອງລັດຖະບານ ເຊິ່ງຕັ້ງຢູ່ທາງຕາເວັນຕົກຂອງເມືອງຫລວງອຳມານ.
ຈາກເຫດການນີ້ເຮັດໃຫ້ນາຍົກລັດຖະມົນຕີຈໍແດນມີຄຳສັ່ງປົດທ່ານ ນາທີ ໂອບິແດດ ທັນທີ.