ເກົາຫຼີເໜືອ ນິ້ງເສີຍ ບໍ່ຕອບຮັບ ໄບເດັນ ຕິດຕໍ່
ວັນທີ 14 ມີນານີ້ ສຳນັກຂ່າວ ຣອຍເຕີ ໂດຍອ້າງເຈົ້າໜ້ທີ່ອາວຸໂສ ຂອງລັດຖະບານສະຫະລັດ ພາຍໃຕ້ການນຳຂອງປະທານາທິບໍດີ ໂຈໄບເດັນ ວ່າເກົາຫຼີເໜືອບໍ່ມີທ່າທີຕອບສະໜອງໃດໆ ຕໍ່ການດຳເນີນມາດຕະການທາງການທູດແບບລັບໆ ຂອງລັດຖະບານສະຫະລັດທີ່ພະຍາຍາມຕິດຕໍ່ກັບເກົາຫຼີເໜືອມາຕັ້ງແຕ່ກາງເດືອນກຸມພາທີ່ຜ່ານມາ.
ແຫຼ່ງຂ່າວລະບຸວ່າ ສະຫະລັດໄດ້ພະຍາຍາມຕິດຕໍ່ ກັບລັດຖະບານເກົາຫຼີເໜືອຜ່ານຫຼາຍຊ່ອງທາງຕັ້ງແຕ່ການເດືອນກຸມພາເປັນຕົ້ນມາ ຊຶ່ງລວມທັງສຳນັກງານຕົວແທນເກົາຫຼີເໜືອປະຈຳສະຫະປະຊາຊາດໃນນະຄອນນິວຢອກ ແຕ່ຈົນເຖິງຂະນະນີ້ ກໍຍັງບໍ່ມີການຕອບຮັບໃດໆ ຈາກພຽງຢາງ.
ຂໍ້ມູນກ່ຽວກັບຄວາມພະຍາຍາມທາງການທູດທີ່ຍັງບໍ່ປະສົບຄວາມສຳເລັດດັ່ງກ່າວເຮັດໃຫ້ເກີດຄຳຖາມຕາມມາວ່າ ໄບເດັນຈະຈັດການກັບຄວາມຕຶງຄຽດກັບເກົາຫຼີເໜືອ ໂດຍສະເພາະໃນປະເດັນການພັດທະນາອາວຸດນິວເຄຣຍ ຂອງເກົາຫຼີເໜືອຢ່າງໃດ?
ທັງນີ້ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດສະຫະລັດ ມີກຳນົດຈະເດີນທາງໄປຢາມເກົາຫຼີໃຕ້ ແລະ ຍີ່ປຸ່ນໃນອາທິດໜ້າ ຊຶ່ງປະເດັນຄວາມວິຕົກກັງວົນກ່ຽວກັບການພັດທະນາອາວຸດນິວເຄຣຍຂອງເກົາຫຼີເໜືອເປັນປະເດັນທີ່ເຊື່ອວ່າ ຈະມີການຍິບຍົກຂຶ້ນມາປຶກສາຫາລືກັນຢ່າງແນ່ນອນ.