ສຶກສາອົບຮົມສາວຂາຍປະເວນີ 61 ຄົນ ພ້ອມເຈົ້າຂອງຮ້ານ 9 ຮ້ານ
ເມື່ອມໍ່ໆມານີ້, ທ່ານ ພັທ ລໍາເນົາ ລັດຕະນະລັງສີ ຫົວໜ້າພະແນກຕໍາຫລວດ ປກສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ພ້ອມຄະນະໄດ້ລົງສຶກສາອົບຮົມ ເຈົ້າຂອງຮ້ານ 9 ຮ້ານ ພ້ອມດ້ວຍສາວຂາຍປະເວນີ 61 ຄົນ ແລ້ວນໍາຕົວພວກກ່ຽວມາທໍາການສອບສວນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ຍິງສາວທີ່ມາຂາຍເບຍ ແລະ ຂາຍບໍລິການທາງເພດ ຢູ່ຮ້ານກິນດື່ມດັ່ງກ່າວ ສ່ວນຫລາຍແມ່ນຍິງສາວມາຈາກຕ່າງແຂວງ ເພື່ອມາຫາເງິນລ້ຽງຊີບຕົນເອງ ແລະ ສົ່ງເງິນໃຫ້ຄອບຄົວ. ຍິງສາວດັ່ງກ່າວແມ່ນໄດ້ອາໄສພັກເຊົາຢູ່ສະຖານທີ່ຂາຍເບຍ ເປັນບ່ອນພົວພັນຄ້າຂາຍປະເວນີ ເມື່ອມີຜູ້ຊາຍມາດື່ມເບຍຢູ່ຮ້ານແລ້ວກໍຕົກລົງດ້ວຍຄວາມພໍໃຈແລ້ວເອົາຍິງສາວໄປນອນນໍາຕາມເຮືອນພັກຕ່າງໆ, ເຊິ່ງເຈົ້າຂອງຮ້ານຈະຫັກເອົາເງິນຈໍານວນ 50.000 ຫລື 100.000 ກີບ ຕໍ່ຄັ້ງ. ເພາະເງິນທີ່ຫັກແຕ່ລະຄັ້ງ ເຈົ້າຂອງຮ້ານໄດ້ເອົາເງິນໃຊ້ຈ່າຍຊື້ອາຫານແຕ່ລະວັນ ແລະ ຄ່າພັກພາອາໄສ.
ທ່ານ ຫົວໜ້າພະແນກຕໍາຫລວດ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ຕື່ມວ່າ: ໃນການສຶກສາອົບຮົມໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈວ່າບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີ ໃຫ້ຜູ້ອື່ນເສບສົມຈະຖືກລົງໂທດຕາມລະບຽບກົດໝາຍອາຍາມາດຕາ 254 ວ່າດ້ວຍການຂາຍປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ ເຈົ້າຂອງຮ້ານ ແລະ ຍິງສາວຂາຍບໍລິການທາງເພດ ຢຸດເຊົາພຶດຕິກໍາດັ່ງກ່າວ ແລ້ວຫັນມາປະກອບອາຊີບທີ່ສຸຈະລິດ, ເປັນຄົນດີຂອງສັງຄົມ ແລະ ຮຽກຮ້ອງໃຫ້ໄວໜຸ່ມ ຍິງສາວທີ່ມາຈາກຕ່າງແຂວງ ໃຫ້ກັບບ້ານເມືອງຂອງຕົນ ຫລື ໄປຊອກວຽກເຮັດງານທໍາ ໃຫ້ຖືກຕ້ອງຕາມກົດໝາຍ ກໍລະນີຖ້າຫາກພົບເຫັນຄັ້ງຕໍ່ໄປ ແມ່ນຈະໄດ້ດໍາເນີນຕາມລະບຽບກົດໝາຍ.