ຈີນ ປະເຊີນພາຍຸຝຸ່ນ ຮຸນແຮງທີ່ສຸດໃນຮອບທົດສະວັດ ກະທົບຖ້ຽວບິນນັບຮ້ອຍ
March 16, 2021 - 10:56 AM
ພື້ນທີ່ທາງຕອນເໜືອ ໂດຍສະເພາະນະຄອນຫຼວງປັກກິ່ງ ປະເຊີນກັບພາຍຸຝຸ່ນຄັ້ງຮຸນແຮງທີ່ສຸດໃນຮອບທົດສະວັດ ສົ່ງຜົນໃຫ້ຕ້ອງຍົກເລີກຖ້ຽວບິນຫຼາຍກວ່າ 400 ຖ້ຽວ.
ນະຄອນຫຼວງປັກກິງ ລວມໄປເຖິງ ພື້ນທີ່ທາງຕອນເໜືອຂອງປະເທດ ຖືກປົກຄຸມໄປດ້ວຍຝຸ່ນຈຳນວນມະຫາສານທີ່ຖືກພັດມາຈາກທະເລຊາຍ ໂກບີ ທາງທິດຕາເວັນຕົກ ຈົນສົ່ງຜົນໃຫ້ທ້ອງຟ້າການເປັນສີສົ້ມ ແລະ ບໍ່ສາມາດເບີ່ງເຫັນ ເນື່ອງຈາກຝຸ່ນມະຫາສານ ຈົນນຳໄປສູ່ການສັ່ງໂຈະຖ້ຽວບິນຫຼາຍກວ່າ 400 ຖ້ຽວ ເນື່ອງຈາກວິໄສທັດໃນການເບິ່ງເຫັນ ບໍ່ຄ່ອຍດີ.