ປີ 2020 ສ່ວຍສາອາກອນ ແຂວງສາລະວັນ ເກັບລາຍຮັບໄດ້ 87.16 ຕື້ກີບ ຫລຸດແຜນດັດແກ້ 10,67%
ທ່ານ ຂັນທະລີ ລໍວັນຄໍາ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງສາລະວັນ ວັນທີ 11 ມີນາ 2021 ນີ້ໃຫ້ຮູ້ວ່າ: ສ່ວຍອາກອນ ແຂວງສາລະວັນສາມາດເກັບລາຍຮັບປະຈຳປີ 2020 ບັນລຸ 87,16 ຕື້ກີບ ເທົ່າກັບ 89.53% ຂອງແຜນການປີດັດແກ້ ຈາກ 110 ຕຶ້ກີບ ມາເປັນ 97.361 ລ້ານກວ່າກີບ, ໃນນັ້ນລາຍຮັບຈາກອາກອນ ປະຕິບັດໄດ້ 65,80 ຕື້ກີບ ເທົ່າກັບ 89,33%, ລາຍຮັບຄ່າທຳນຽມທາງ 3,08 ຕື້ກີບ ເທົ່າກັບ 58,33%, ການບໍລິການວິຊາການ 12,17 ຕື້ກີບ ເທົ່າກັບ 102% ແລະ ລາຍຮັບພາສີທີ່ດິນ 6,10 ຕື້ກີບ.
ສຳລັບສາເຫດ, ປັດໄຈ ທີ່ພາໃຫ້ການເກັບລາຍຮັບບໍ່ບັນລຸຕາມແຜນ ຍ້ອນບັນດາຈຸນລະວິສາຫະກິດທີ່ເສຍອາກອນແບບມອບເໝົາ ຈຳນວນ 2.955 ຫົວໜ່ວຍ ຍັງມີໜີ້ຄ້າງ ບໍ່ສາມາດເກັບໄດ້ໝົດຕາມສັນຍາ 1,31 ຕື້ກີບ, ການມອບແຜນຕົວເລກໃຫ້ສູ້ຊົນຈັດເກັບ ສູງກວ່າທ່າແຮງບົ່ມຊ້ອນພາຍໃນ ແລະ ອື່ນໆ. ທົ່ວແຂວງມີຫົວໜ່ວຍທັງໝົດ 3.409 ຫົວໜ່ວຍ, ເຂົ້າສູ່ລະບົບ Taxris (ການເກັບລາຍຮັບໃນຮູບແບບໃໝ່) ຈໍານວນ 631 ຫົວໜ່ວຍ, ແຈ້ງມອບດ້ວຍຕົນເອງ 75 ຫົວໜ່ວຍ, ເຂົ້າໃນລະບົບອາກອນມູນຄ່າເພີ່ມ 503 ຫົວໜ່ວຍ.
ໃນນັ້ນຂັ້ນແຂວງຄຸ້ມຄອງ 503 ຫົວໜ່ວຍ, ຂັ້ນເມືອງ 2.902 ຫົວໜ່ວຍ. ໃນປີ 2020 ກໍ່ສາມາດຫັນຫົວໜ່ວຍທຸລະກິດເຂົ້າໃນລະບົບ taxris ໄດ້ 631 ຫົວໜ່ວຍ, ແຈ້ງເສຍອາການດ້ວຍຕົນເອງ 66 ຫົວໜ່ວຍ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 57 ຫົວໜ່ວຍ ແລະ ອື່ນໆ.