ອາເມລິກາທົດລອງລະບົບ ປ້ອງກັນລູກສອນໄຟ THAAD
ກອງທັບອາເມລິກາປະສົບຜົນສຳເລັດໃນການໃຫ້ລະບົບປ້ອງກັນລູກສອນໄຟ THAAD ສະກັດລູກສອນໄຟໄລຍະກາງຈຳລອງ ທີ່ລອຍຢູ່ເໜືອມະຫາສະໝຸດປາຊີຟິກໃກ້ກັບລັດອະແລສກາ, ພາຍຫລັງ ສປປ ເກົາຫລີ ທົດລອງລູກສອນໄຟຂ້າມທະວີບ ໃນອາ ທິດຜ່ານມາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດອາເມລິກາ ໃນວັນທີ 11 ກໍລະກົດວ່າ: ສຳນັກງານປ້ອງ ກັນລູກສອນໄຟອາເມລິກາ (MDA) ອອກຖະແຫລງການໃນວັນທີ 11 ກໍລະກົດວ່າ: ໄດ້ທົດລອງປະສິດທິພາບຂອງລະບົບປ້ອງກັນ ລູກສອນໄຟເພດານບິນສູງ THAAD ຢູ່ເມືອງໂຄດິແອດ ໃນລັດອະແລສກາ ໂດຍລະບົບສາມາດຍິງສະກັດເປົ້າໝາຍລູກສອນໄຟ ໄລຍະກາງ (IRBM) ຈຳລອງ ເຊິ່ງເປັນລູກສອນໄຟເຄື່ອນທີ່ໄວ ແລະ ສະກັດໄດ້ຍາກກວ່າລູກສອນໄຟໄລຍະໃກ້ ຍິງອອກມາຈາກເຮືອ ບິນຂົນສົ່ງທາງທະຫານ C-17 ທີ່ບິນຢູ່ເໜືອລັດຮາວາຍ. ຖືເປັນສະຖິຕິຜົນສຳເລັດໃນອັດຕາ 100% ນັບແຕ່ມີການທົດລອງລະບົບ THAAD ມາແລ້ວ 14 ຄັ້ງ ໃນຮອບ 1 ທົດສະວັດຜ່ານມາ ແລະ ເປັນຄັ້ງທຳອິດທີ່ມີການທົດລອງສະກັດເປົ້າໝາຍ IRBM.
ຂະນະທີ່ບໍລິສັດລັອກຮີດ ມາຣຕິນ ເຊິ່ງເປັນຜູ້ຜະລິດລະບົບ THAAD ໃຫ້ແກ່ກອງທັບອາເມລິກາ ເປີດເຜີຍວ່າ: ລະບົບສາມາດ ປ້ອງກັນລູກສອນໄຟທັງຢູ່ໃນລະບັບຊັ້ນບັນຍາກາດໂລກ ແລະ ລູກສອນໄຟທີ່ລອຍເຂົ້າມາຈາກນອກໂລກ ໂດຍກອງທັບອາເມລິກາ ມີແຜນຕິດຕັ້ງລະບົບ THAAD ເພີ່ມອີກຫລາຍກວ່າ 50 ເຄື່ອງ ໃນແຄມຝັ່ງມະຫາສະໝຸດປາຊີຟິກ ລະຫວ່າງເດືອນຕຸລາປີນີ້ຫາ ເດືອນກັນຍາປີໜ້າ.
ສຳລັບການທົດລອງປະສິດທິພາບລະບົບ THAAD ຄັ້ງຫລ້າສຸດຂອງກອງທັບອາເມລິກາມີຂຶ້ນ 1 ອາທິດ, ພາຍຫລັງ ສປປ ເກົາ ຫລີ ປະສົບຜົນສຳເລັດເປັນຄັ້ງທຳອິດ ໃນການທົດລອງລູກສອນໄຟຂ້າມທະວີບ (ICBM) ຊື່ ຮວາຊອງ-14 ໄລຍະການຍິງຄວບຄຸມ ເຖິງລັດອະແລສກາຂອງອາເມລິກາ, ແຕ່ ສ.ເກົາຫລີ ເຊື່ອວ່າຍັງເປັນລູກສອນໄຟໄລຍະກາງເທົ່ານັ້ນ.