ກອງທຶນສາກົນ ຫຼື IMF ຍົກຍ້ອງຜົນສຳເລັດທາງເສດຖະກິດຂອງຫວຽດນາມ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19
ອົງການ IMF ກ່າວວ່າ ເຖິງແມ່ນວ່າ ການລະບາດຂອງພະຍາດໂຄວິດ-19 ຈະສົ່ງຜົນກະທົບຕໍ່ເສດຖະກິດ ແຕ່ຫວຽດນາມຍັງມີບາດກ້າວເດີນທີ່ເຂັ້ມແຂງ ເພື່ອຫຼຸດຜ່ອນການກະທົບທາງເສດຖະກິດ ແລະ ທາງສາທາລະນະສຸກຈາກໂຄວິດ-19 ໃຫ້ໜ້ອຍທີ່ສຸດ. ວາງມາດຕະການຄວບຄຸມ ສົມທົບກັບການກວດຄົ້ນຫາຜູ້ສຳຜັດໃກ້ສິດ, ກວດຫາເຊື້ອແບບເລືອກເຟັ້ນ ແລະ ກັກກັນກໍລະນີທີ່ສົງໄສຕິດເຊື້ອ ໄດ້ເຮັດໃຫ້ອັດຕາການຕິດເຊື້ອ ແລະ ເສຍຊີວິດຫຼຸດລົງ.
ໃນປີ 2020 ເສດຖະກິດຂອງຫວຽດນາມເຕີບໂຕຢູ່ທີ່ 2,9% ຊຶ່ງຢູ່ໃນກຸ່ມເຕີບໂຕສູງທີ່ສຸດຂອງໂລກ ອັນເນື່ອງມາຈາກການຟື້ນຟູໂດຍໄວຈາກພາຍໃນ ພ້ອມການສົ່ງອອກທີ່ເຂັ້ມແຂງ ໂດຍສະເພາະແມ່ນການສົ່ງອອກອຸປະກອນອີເລັກໂຕຣນິກເທັກໂນໂລຊີສູງ ໃນຂະນະທີ່ພົນລະເມືອງທົ່ວໂລກໄດ້ຫັນມາເຮັດວຽກຢູ່ກັບເຮືອນ.
IMF ຕີລາຄາວ່າ ຫວຽດນາມປະເຊີນໜ້າກັບໄພລະບາດຂອງພະຍາດໂຄວິດ-19 ບົນພື້ນຖານເສດຖະກິດ ແລະ ມີນະໂຍບາຍທີ່ເຂັ້ມແຂງ, ການລົງທຶນຂອງຕ່າງປະເທດ ແລະ ຄວາມອາດສາມາດຟື້ນຟູເສດຖະກິດຢູ່ໃນລະດັບສູງ, ລະບົບທະນາຄານໄດ້ຮັບການປັບປຸງ ດ້ວຍຜົນກຳໄລ, ການສຳລະໜີສູງຂຶ້ນ ແລະ ໜີ້ສິນກໍຫຼຸດລົງ.
IMF ຮຽກຮ້ອງໃຫ້ຫວຽດນາມ ຕ້ອງມີວິທີການແກ້ໄຂທີ່ເຂັ້ງແຂງ ແລະ ເດັດຂາດກວ່ານີ້ ເພື່ອນຳໃຊ້ໝົດຄວາມສາມາດເຕີບໂຕທາງດ້ານເສດຖະກິດຂອງຕົນ, ສ້າງສະພາບແວດລ້ອມທຸລະກິດເສດຖະກິດ ແລະ ຮັບປະກັນຕະຫຼາດທີ່ມີຄວາມຍູຕິທຳໃຫ້ກັບທຸລະກິດຂະໜາດນ້ອຍ ແລະ ກາງ, ຜ່ອນຜັນທາງດ້ານກົດໝາຍໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງປະເຊີນຢູ່…