Meiji ຈະຕັ້ງບໍລິສັດນຳເຂົ້ານົມຜົງສຳລັບເດັກໃນຫວຽດນາມ ຫລັງພົບອັດຕາການເກີດຫລາຍກວ່າຍີ່ປຸ່ນ 70%
Meiji ບໍລິສັດອາຫານຈາກຍີ່ປຸ່ນ ປະກາດຈະຕັ້ງບໍລິສັດຍ່ອຍໃນຫວຽດນາມ ເພື່ອນຳເຂົ້າ ແລະ ຈຳໜ່າຍນົມຜົງສຳລັບເດັກ ຫລັງອັດຕາການເກີດມີຫລາຍກວ່າຍີ່ປຸ່ນ.
Meiji Food Vietnam ທີ່ບໍລິສັດແມ່ເປັນເຄື່ອງຂອງທັງໝົດຈະເປີດຕົວໃນວັນທີ 1 ເມສາໃນຮ່າໂນ້ຍ ດ້ວຍເງິນທຶນປະມານ 200 ລ້ານເຢນ.
ຈາກຂໍ້ມູນຂອງ Meiji ພົບວ່າຫວຽດນາມມີອັດຕາການເກີດປະມານ 1,5 ລ້ານຄົນຕໍ່ປີ ຫລາຍກວ່າຢູ່ຍີ່ປຸ່ນ 70% ແລະ ຄາດວ່າຈຳນວນນີ້ຈະເຕີບໃຫຍ່ຢ່າງຕໍ່ເນື່ອງ.
ບໍລິສັດນົມ ແລະ ເຂົ້າໜົມຂອງຍີ່ປຸ່ນສ່ວນຫລາຍຕ່າງສົ່ງສິນຄ້າທີ່ຜະລິດຢູ່ຍີ່ປຸ່ນໄປຂາຍໃນຫວຽດນາມ ເຊິ່ງຕັ້ງໃຈຈະດຳເນີນຕໍ່ໄປໂດຍບໍ່ມີແຜນຈະສ້າງໂຮງງານໃນທ້ອງຖິ່ນ.
ທຸລະກິດອາຫານຂອງ Meiji Holdings ມີຍອດຂາຍ 6,4 ພັນລ້ານເຢນ ໃນອາຊີຕາເວັນອອກສຽງໃຕ້ ໃນປີງົບປະມານທີ່ສິ້ນສຸດເດືອນມີນາ 2020 ໂດຍເພີ່ມຂຶ້ນ 12% ຈາກປີກ່ອນໜ້າ.









