ແຄນລາວ ມໍລະດົກລາວ ມໍລະດົກໂລກ
ໂດຍ: ທິດກໍ່າ
ນັບແຕ່ສຽງແຄນລາວໄດ້ຈົດທະບຽນເຂົ້າເປັນມໍລະດົກໂລກໃນວັນທີ 14 ມີນາ 2018 ໄດ້ເຮັດໃຫ້ຖານະບົດບາດອິດທິພົນຂອງແຄນລາວໄດ້ແຜ່ຂະຫຍາຍໄປທົ່ວພາກພື້ນ ແລະ ໃນໂລກ. ອັນສຳຄັນທີ່ສຸດແມ່ນເຮັດໃຫ້ຊາວໂລກຮັບຮູ້ວ່າແຄນລາວ ຫລືວ່າ ສຽງແຄນລາວແມ່ນດົນຕີພື້ນເມືອງລາວ, ມີຕົ້ນກຳເນີດມາຈາກຊາດລາວ, ຄົນລາວ, ເຊື້ອຊາດລາວມາຫລາຍພັນປີໂດຍແທ້. ດັ່ງສຸພາສິດລາວເຄີຍກ່າວຂານກັນມາວ່າ: “ຜູ້ໃດຢູ່ເຮືອນສູງ, ກິນເຂົ້າໜຽວ, ຄ້ຽວປາແດກ, ເປົ່າແຄນສຸດສະແນນລ່ອງຂອງ” ແມ່ນຄົນລາວ, ເຊື້ອຊາດລາວໂດຍກຳເນີດ.
ຈາກສາເຫດດັ່ງກ່າວ, ແຄນລາວ ຫລື ສຽງແຄນລາວຈຶ່ງຕິດພັນກັບວິຖີຊີວິດຂອງຄົນລາວມາໂດຍຕະຫລອດ ນັບແຕ່ສະໄໝບູຮານຈົນມາຮອດປັດຈຸບັນ. ນັບແຕ່ສຽງແຄນໄດ້ຮັບຈົດທະບຽນເຂົ້າເປັນມໍລະດົກໂລກ ສະເພາະຢູ່ພາຍໃນປະເທດກໍເລີ່ມມີການເຄື່ອນໄຫວ ແລະ ມີກິດຈະກຳເກີດຂຶ້ນຫລາຍຢ່າງເຊັ່ນ: ສະມາຄົມແຄນລາວກໍໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ເປັນຕົນເປັນໂຕຂຶ້ນຢ່າງເປັນຮູບປະທຳ. ນອກຈາກນັ້ນ ກໍເກີດມີສະໂມສອນຫລາຍແຫ່ງ ນັບທັງສະຖາບັນສິລະປະສຶກສາໄດ້ມີການສິດສອນວິຊາເປົ່າແຄນໃຫ້ນ້ອງນ້ອຍເຍົາວະຊົນ ແລະ ນັກຮຽນນັກສຶກສາສິລະປະດົນຕີຢ່າງເປັນຂະບວນກວ້າງຂວາງ.
ມາຮອດປັດຈຸບັນ ເຄື່ອງດົນຕີທີ່ເອີ້ນວ່າ: “ແຄນ” ແມ່ນໄດ້ຮັບຄວາມສົນໃຈຈາກຊາວໂລກ ກໍຄືຊາວຕ່າງຊາດໃນຫລາຍປະເທດທີ່ສົນໃຈຮຽນເປົ່າແຄນ ເປັນຕົ້ນຄົນຍີ່ປຸ່ນ, ຄົນອັງກິດ, ຄົນອາເມລິກາ ແລະ ປະເທດອື່ນໆ. ໃນຈຳນວນຄົນຕ່າງປະເທດທີ່ເປົ່າແຄນເກັ່ງທີ່ສຸດ ກໍຄືທ່ານ ຈອນນີ້ ໂອເຊນ ທີ່ສາມາດເປົ່າໄດ້ທຸກລາຍແຄນ ແລະ ຍັງສາມາດເປົ່າທຸກຂັບລຳທ້ອງຖິ່ນຂອງລາວເຮົາໄດ້ຢ່າງໄພເລາະເຊາະຫູ ແລະ ຊຳນິຊຳນານເໝືອນກັບໝໍແຄນທີ່ເກັ່ງໆຂອງລາວເຮົາ.
ເພື່ອເຮັດໃຫ້ພາລະກິດການປັບປຸງສົ່ງເສີມສິລະປະແຄນລາວໄດ້ມີການພັດທະນາແບບຍືນຍົງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ກ້າວສູ່ສາກົນໃນອະນາຄົດ ໃນວັນທີ 11 ມີນາ 2021 ມານີ້ ໄດ້ມີພິທີເຊັນສັນຍາໂຄງການຜະລິດ ແລະ ຈຳໜ່າຍຜະລິດຕະພັນສັນຍາລັກແຄນລາວ ຈຳໜ່າຍຜະລິດຕະພັນສັນຍາລັກແຄນລາວ.
ຈຸດປະສົງຫລັກໃນພິທີລົງນາມດັ່ງກ່າວແມ່ນເພື່ອສົ່ງເສີມແຄນລາວ ເຊິ່ງເປັນເຄື່ອງດົນຕີເອກະລັກພື້ນເມືອງລາວໃຫ້ເປັນທີ່ເອກອ້າງສົມກັບເປັນມໍລະດົກໂລກ ແນໃສ່ສົ່ງເສີມດົນຕີພື້ນເມືອງລາວສຽງແຄນ-ສິລະປະວັດທະນະທຳລາວໃຫ້ຕິດພັນກັບການທ່ອງທ່ຽວ ເພື່ອໃຫ້ທົ່ວສັງຄົມນິຍົມ ແລະ ຊົມໃຊ້ແຄນລາວຢ່າງກວ້າງຂວາງ. ອີກປະການໜຶ່ງ ກໍເພື່ອໃຫ້ນັກທ່ອງທ່ຽວ ຫລື ຄົນຕ່າງປະເທດເຫັນໄດ້ຄວາມເປັນເອກະລັກດົນຕີພື້ນເມືອງລາວ, ຊຸກຍູ້ການຕະຫລາດແຄນຢູ່ພາຍໃນ ແລະ ສົ່ງອອກສູ່ຕ່າງປະເທດ ເພື່ອສົ່ງເສີມວຽກເຮັດງານທຳໃຫ້ແກ່ບຸກຄະລາກອນພາກລັດ ແລະ ປະຊາຊົນ, ສ້າງກອງທຶນຂອງສະມາຄົມແຄນລາວໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ເຊິ່ງທັງໝົດທີ່ກ່າວມານີ້ແມ່ນຈະມີການຮ່ວມມືກັນເປັນເວລາ 5 ປີ.
ກໍຂໍຊົມເຊີຍເປັນຢ່າງຍິ່ງຕໍ່ພາລະກິດຂອງສະມາຄົມສຽງແຄນລາວທີ່ຈະສືບສານຕຳນານ “ແຄນລາວ” ໃຫ້ກ້າວໄກສົມກັບວ່າສຽງແຄນລາວໄດ້ກາຍເປັນມໍລະດົກຂອງໂລກທີ່ຈັບຕ້ອງບໍ່ໄດ້ໄປແລ້ວ ເຊິ່ງພວກເຮົາຄົນລາວທັງຫລາຍຕ້ອງພູມໃຈ ແລະ ພ້ອມກັນສົ່ງເສີມໃຫ້ສຽງແຄນລາວກາຍເປັນເອກະລັກຂອງເຊື້ອຊາດລາວຢ່າງແທ້ຈິງ.
ເຖິງຢ່າງໃດກໍດີ, ເພື່ອໃຫ້ມີການຄວບຄູ່ກັນມີແຄນແລ້ວກໍຕ້ອງມີໝໍແຄນ, ມີໝໍລຳ ເພາະໝໍລຳກັບໝໍແຄນມັນເປັນຄູ່ມາດຕະເກນຕິດພັນກັນປານປີ່ກັບຂຸ່ຍ. ມາຮອດປັດຈຸບັນ ເຮົາເຫັນວ່າວົງການໝໍລຳມັນກຸດຫ້ຽນໄປຕາມການເວລາ ແລະ ຍຸກສະໄໝ ເປັນຕົ້ນໝໍລຳເລື່ອງ, ໝໍລຳກອນ ເຫັນວ່ານັບມື້ເຫືອດຫາຍໄປຈາກສັງຄົມລາວ. ຜ່ານມາອາໄສແຕ່ໝໍລຳ ສະໝານ ເປັນໝໍລຳກອນຄວບຄູ່ກັບໝໍແຄນ ເພື່ອກູ້ໜ້າກູ້ຕາຂອງຊາດຍາມເມື່ອມີພິທີທາງການ, ຍາມບຸນ, ຍາມທານ, ແຕ່ພາຍຫລັງໝໍລຳ ສະໝານ ລາໂລກໄປແລ້ວ ໝໍລຳຄູ່ລຳກອນກໍມິດຈີ່ຫລີ່ ເພາະລະຫວ່າງນັກປະດິດຄິດແຕ່ງ, ໝໍແຄນ, ໝໍລຳມັນເປັນສິລະປະຮ່ວມວົງທີ່ຂາດບໍ່ໄດ້ ສົມຄວນແລ້ວທີ່ພວກເຮົາຕ້ອງຟື້ນຟູຖ້າບໍ່ຢາກໃຫ້ມັນເຫືອດຫາຍໄປຈາກສັງຄົມລາວ.