ບຣາຊີນຄອງແຊ້ມ 2 ຍອດ: ຜູ້ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19ແລ້ວ
ຂ່າວຕ່າງປະເທດ ລາຍງານເມື່ອວັນທີ 17 ມີນານີ້ວ່າ ອົງການສະຖິຕິໂລກ Worldometers ກ່ຽວກັບໂຣກລະບາດຂອງສະຕະວັດ ຍັງສືບຕໍ່ຄຸກຄາມທັງ 219 ປະເທດ ແລະ ເຂດແຄວ້ນ ໃນທົ່ວໂລກ ຊຶ່ງທົ່ວທັງໂລກມີຜູ້ຕິດເຊື້ອໂຄວິດ-19 ໄປແລ້ວຫຼາຍກວ່າ 121 ລ້ານຄົນ, ເສຍຊີວິດ 2,7 ລ້ານຄົນ, ປິ່ນປົວດີ ເກຶອບ 98 ລ້ານຄົນ.
ບຣາຊີນ ການໜ້າສະຫະລັດຜູ້ຕິດເຊື້ອ ແລະ ເສຍຊີວິດ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ຊຶ່ງມີຜູ້ຕິດເຊື້ອໃໝ່ເພີ່ມເຕີມ 69.000 ກໍລະນີ ແລະ ເສຍຊີວິດຫຼາຍກວ່າ 2.000 ຄົນ. ໝາຍຄວາມວ່າມາເຖິງຂະນະນີ້, ບຣາຊີນ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 11,6 ລ້ານຄົນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 281.600 ຄົນ.
ໃນຂະນະທີ່ການລະບາດເກີນຄວາມສາມາດທີ່ຈະຄວບຄຸມໄດ້, ປະທານາທິບໍດີ ບຣາຊີນ Brazil Jair Bolsonaro ໄດ້ແຕ່ງຕັ້ງ ດອກເຕີ Marcelo Queiroga, ປະທານສາມະຄົມໂຣກຫົວໃຈແຫ່ງຊາດ ຂຶ້ນເປັນລັດຖະມົນຕີກະຊວງສາທາລະນະສຸກ ປ່ຽນແທນທ່ານ Eduardo Pazuello ທີ່ນັ່ງຕຳແໜ່ງນີ້ບໍ່ທັນເຖິງ 1 ປີ.
ປະທານາທິບໍດີກ່າວ່າ ທ່ານ Bolsonaro ລັດຖະມົນຕີຄົນປັດຈຸບັນ ຈະຈັດຕັ້ງທິມງານຂອງຕົນ ໃນໜຶ່ງ ຫາ ສອງອາທິດໜ້ານີ້ ກໍຈະສຳເລັດ.