ພົບຢາບ້າຫລາຍກວ່າ 6.000.000 ເມັດ ຊຸກເຊື່ອງໃນເຮືອຢູ່ດອນກາງນໍ້າຂອງ ແຂວງບໍ່ແກ້ວ
ເຈົ້າໜ້າທີ່ພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາປະມານ 23:30 ໂມງຂອງວັນທີ 9 ມີນາຜ່ານມາ ໄດ້ກວດກາລົດກະບະວີໂກແຊ້ມ ສີດໍາ ບໍ່ມີປ້າຍທະບຽນ ແລ່ນມາແຕ່ທາງເມືອງຕົ້ນເຜິ້ງ, ຜ່ານການກວດກາ ພາຍໃນລົດ ບໍ່ພົບສິງຜິດກົດໝາຍ ແຕ່ສັງເກດເຫັນຄົນນັ່ງມານໍາ 5 ຄົນມີພິລຸດ, ໂດຍພວກກ່ຽວບອກວ່າພາໄປດື່ມເຫລົ້າມາ ຈຶ່ງປ່ອຍໄປ.
ຫລັງຈາກນັ້ນ, ກໍມີລົດວີໂກແຊ້ມ ແລ່ນມາແຕ່ທາງຕົ້ນເຜິ້ງເຊັ່ນກັນ ປ້າຍທະບຽນ ກບ 8713 ກໍາແພງນະຄອນ ຈຶ່ງລັດລົດໄວ້ເພື່ອກວດກາ; ຜ່ານການກວດກາພາຍໃນລົດ ມີຄົນນັ່ງມານໍາ 6 ຄົນ, ມີພິລຸດ ເຊິ່ງພວກເຂົາກໍເວົ້າວ່າ ມາແຕ່ໄປກິນເຫລົ້າເຊັ່ນດຽວກັນ ຈຶ່ງໄດ້ປ່ອຍໄປ. ເມື່ອເຫັນແນວນັ້ນ, ຈຶ່ງຕີລາຄາໄດ້ວ່າພວກກ່ຽວ ຕ້ອງມີການຂົນຢາເສບຕິດລົງເຮືອ. ຮອດເວລາປະມານ 24:00ໂມງ ຈຶ່ງໄດ້ນໍາພາກໍາລັງຕໍາຫລວດຂີ່ລົດລົງມາຕິດຕາມພໍໄປຮອດເຂດ ບ້ານນ້ຳຍອນ ເມືອງຕົ້ນເຜິ້ງ ພົບເຫັນເຮືອກາບຈອດຢູ່ແຄມນໍ້າຂອງ ເມື່ອພວກເຂົາເຫັນເຈົ້າໜ້າທີ່ ປກສ ຈຶ່ງພາກັນຂີ່ເຮືອລົບໜີຂ້າມໄປທາງກາງດອນນ້ຳຂອງ.
ຕໍ່ມາເວລາປະມານ 8:00 ໂມງ ຂອງວັນທີ 10 ມີນາ 2021 ເຈົ້າໜ້າທີ່ປະຈໍາອ່າງນ້ຳປາປາ ຈຶ່ງໂທໄປແຈ້ງວ່າ ພົບເຫັນເຮືອຈອດຢູ່ດອນກາງນໍ້າຂອງ ຈຶ່ງນໍາກໍາລັງເຈົ້າໜ້າທີ່ ປກສ ໄປກວດກາເບິ່ງ; ຜ່ານການກວດກາ ຢູ່ໃນເຮືອມີຢາເສບຕິດ ປະເພດຢາບ້າ ຈໍານວນ 3.000 ມັດ ເທົ່າກັບ 6.000.000 ກວ່າເມັດ; ສ່ວນເຈົ້າຂອງຢາບ້າ ແລະ ເຮືອ ແມ່ນເອົາຕົວຫລົບໜີໄປກ່ອນ.