ອິນເດຍພົບໂຄວິດ “ກາຍພັນຄູ່” ເຊື້ອກາຍພັນຊະນິດໃໝ່ຂອງໂລກ


ທາງການອິນເດຍຢືນຢັນວ່າ: ພົບເຊື້ອໂຄວິດ-19 “ກາຍພັນຄູ່” ເຊິ່ງເປັນການພົບເຊື້ອໂຄວິດກາຍພັນຊະນິດໃໝ່ຫລ້າສຸດຂອງໂລກ.
ລາຍງານຂ່າວລະບຸວ່າ: “ການກາຍພັນຄູ່” (double mutant) ເປັນການປ່ຽນແປງ 2 ຕຳແໜ່ງ ໃນລະຫັດພັນທຸກຳຂອງໄວຣັສຊະນິດດຽວ ໂດຍກຳລັງມີການສຶກສາວ່າ: ເຊື້ອກາຍພັນນີ້ຈະເຮັດໃຫ້ເກີດການຕິດເຊື້ອເພີ່ມຂຶ້ນ ຫລື ບໍ່ ຫລື ຈະສົ່ງຜົນໃຫ້ປະສິດທິພາບຂອງວັກຊີນຫລຸດລົງ ຫລື ບໍ່.
ເຈົ້າໜ້າທີ່ກວດພົບເຊື້ອກາຍພັນຊະນິດໃໝ່ ຈາກການສຶກສາຕົວຢ່າງຈຳນວນ 10.787 ຕົວຢ່າງ ທີ່ມາຈາກ 18 ລັດຂອງອິນເດຍ ໂດຍໃນຈຳນວນນີ້ 771 ຕົວຢ່າງ ພົບເປັນເຊື້ອໄວຣັສໂຄວິດກາຍພັນທີ່ພົບໃນອັງກິດ 736 ຄົນ, ເປັນໄວຣັສໂຄວິດກາຍພັນທີ່ພົບໃນອາຟຣິກາໃຕ້ 34 ຄົນ ແລະ ໄວຣັສໂຄວິດກາຍພັນທີ່ພົບໃນບຣາຊິລ 1 ຄົນ.
ເຖິງຢ່າງໃດກໍຕາມ, ທາງການອິນເດຍລະບຸວ່າ: ເຊື້ອກາຍພັນຊະນິດໃໝ່ນີ້ບໍ່ກ່ຽວຂ້ອງກັບຈຳນວນຜູ້ຕິດເຊື້ອທີ່ເພີ່ມສູງຂຶ້ນຢູ່ອິນເດຍໃນປັດຈຸບັນ.
ສຳລັບຜູ້ຕິດເຊື້ອໃໝ່ໃນວັນທີ 25 ມີນາ ຢູ່ອິນເດຍພຽງມື້ດຽວມີສູງເຖິງ 47.262 ຄົນ, ເສຍຊີວິດ 275 ຄົນ.