ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%

- Laos China train1 - ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%
- Untitled design 1 - ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%

ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນບໍລິສັດຮັບເໝົາກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ມີການຕັ້ງແຄ້ມແບບສົມບູນ 100 ກວ່າແຫ່ງ, ສຳເລັດຕັ້ງໂຮງງານເບຕົງ, ໂຮງງານຫລອມເຫລັກໃນທຸກຊ່ວງການກໍ່ສ້າງ, ເຈາະອຸມົງ 48 ອຸມົງຍາວ 3.500 ກວ່າແມັດ, ສ້າງທາງຍາວ 450 ກິໂລແມັດ ແລະ ດຶງສາຍໄຟຟ້າເຂົ້າໃນສະໜາມກໍ່ສ້າງໄດ້ແລ້ວຫລາຍກວ່າ 300 ກິໂລແມັດ, ໂດຍລວມເຫັນວ່າມີຄວາມຄືບໜ້າປະມານ 24% ຂອງແຜນການປີ.  ແລະ ໃນຊ່ວງລະດູຝົນນີ້ຜູ້ຮັບເໝົາໄດ້ສຸມໃສ່ວຽກງານເຈາະອຸມົງ.

ທ່ານຮອງລັດຖະມົນຕີ ກ່າວວ່າ: ສ່ວນບັນຫາມີເຮືອນປະຊາຊົນຈໍານວນໜຶ່ງຢູ່ບ້ານນາເຕີຍແຂວງຫລວງນໍ້າທາເກີດຄວາມເສຍຫາຍຄືມີຮອຍແຕກແຫງຕາມຝາຍ້ອນໄດ້ຮັບຜົນກະທົບຈາກການເຈາະອຸມົງ ແລະ ສົ່ງສຽງດັງລົບກວນໃນຕອນກາງຄືນນັ້ນ, ຕໍ່ບັນຫາດັ່ງກ່າວບໍລິສັດຮັບເໝົາໄດ້ເຮັດບົດບັນທຶກກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເພື່ອໃຊ້ແທນຄືນ ແລະ ການເຈາະອຸມົງແມ່ນໃຫ້ປະຕິບັດຮອດເວລາ 21:00 ໂມງເພື່ອບໍ່ໃຫ້ລົບກວນປະຊາຊົນໃນເວລາຫລັບນອນ.

ທ່ານຮອງລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ໂຄງການທາງລົດໄຟລາວ-ຈີນ ເປັນໂຄງການທີ່ມີຄວາມສຳຄັນທີ່ສຸດຂອງລັດຖະບານ. ສະນັ້ນຈຶ່ງມີການຈັດຕັ້ງຄົບທຸກຂະແໜງການເພື່ອອຳນວຍຄວາມສະດວກ, ຄຸ້ມຄອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ອັນສຳຄັນຕ້ອງໃຫ້ໂຄງການໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຮັບປະກັນທາງດ້ານສິ່ງແວດລ້ອມ ແລະ ສັງຄົມ.

-    AD conten website - ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%
- lattana banner 1 - ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%
- lattana banner - ຮອງລັດຖະມົນຕີກະຊວງ ຍທຂ ເຜີຍການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຄືບໜ້າຫລາຍກວ່າ 20%
error: Alert: ເນື້ອຫາຂ່າວມີລິຂະສິດ !!