ທະນາຄານໂລກຄາດວ່າ ການແຈກຢາຍວັກຊີນຊ້າ ອາດກະທົບ GDP ໄດ້ເຖິງ 1%
ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ກວ່າ 1 ປີຜ່ານມາ ປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຕ່າງຟື້ນຕົວໄດ້ບໍ່ເທົ່າກັນ ໂດຍທະນາຄານໂລກໄດ້ເຜີຍແຜ່ລາຍງານຕິດຕາມເສດຖະກິດຂອງພາກພື້ນ ເຊິ່ງເຫັນໄດ້ວ່າມີພຽງ “ຈີນ” ແລະ “ຫວຽດນາມ” ເທົ່ານັ້ນ ທີ່ມີການຟື້ນຕົວເປັນຮູບຕົວວີ (V-shaped) ເຮັດໃຫ້ປັດຈຸບັນມີຜົນຜະລິດສູງກວ່າລະດັບກ່ອນໂຄວິດ-19 ໄດ້ແລ້ວ.
ໂດຍພາບລວມການຟື້ນຕົວໃນພາກພື້ນຄາດວ່າຈະເຕີບໃຫຍ່ຢ່າງກ້າວກະໂດດຈາກ 1,2% ໃນປີ 2020 ເປັນ 7,6% ໃນປີ 2021, ແຕ່ມີທ່າອ່ຽງການຟື້ນຕົວຈະດຳເນີນໄປດ້ວຍຄວາມໄວທີ່ແຕກຕ່າງກັນ 3 ລະດັບ ໂດຍຈີນ ແລະ ຫວຽດນາມຄາດວ່າຈະເຕີບໃຫຍ່ຫລາຍຂຶ້ນໄປອີກໃນປີ 2021 ຄື 8,1% ແລະ 6,6% ຕາມລຳດັບ ຈາກ 2,3% ແລະ 2,9% ໃນປີ 2020.
ສ່ວນເສດຖະກິດຂອງປະເທດຂະໜາດໃຫຍ່ອື່ນໆໃນພາກພື້ນທີ່ໄດ້ຮັບຜົນກະທົບຈາກວິກິດຫລາຍກວ່າຈະເຕີບໃຫຍ່ປະມານ 4,6% ໂດຍສະເລ່ຍ ເຊິ່ງຊ້າກວ່າອັດຕາການເຕີບໃຫຍ່ກ່ອນວິກິດເລັກໜ້ອຍ, ການຟື້ນຕົວຄາດວ່າຈະໃຊ້ເວລາດົນໃນປະເທດໝູ່ເກາະທີ່ມີລາຍໄດ້ຫລັກຈາກການທ່ອງທ່ຽວ.
ທັງນີ້ ຄາດວ່າໂຄງການກະຕຸ້ນເສດຖະກິດຂອງອາເມລິກາ ຈະສາມາດເພີ່ມການເຕີບໃຫຍ່ຂອງປະເທດຕ່າງໆໃນພາກພື້ນໄດ້ເຖິງ 1% ໂດຍສະເລ່ຍໃນປີ 2021 ແລະ ເລັ່ງການຟື້ນຕົວໃຫ້ໄວຂຶ້ນໄດ້ປະມານສາມເດືອນໂດຍສະເລ່ຍ, ສ່ວນຄວາມສ່ຽງສຳຄັນຢູ່ທີ່ຄວາມຊັກຊ້າໃນການແຈກຢາຍວັກຊີນທີ່ອາດດຶງການເຕີບໃຫຍ່ໄດ້ເຖິງ 1% ໃນບາງປະເທດ.
ຂະນະທີ່ເສດຖະກິດຂອງປະເທດສຳຄັນອື່ນໆໃນພາກພື້ນ ຜົນຜະລິດຍັງຢູ່ຕໍ່າກວ່າລະດັບກ່ອນການແຜ່ລະບາດສະເລ່ຍປະມານ 5%, ສ່ວນປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຄື ປະເທດໝູ່ເກາະປາຊີຟິກ, ປະສິດທິພາບທາງເສດຖະກິດຍັງຂຶ້ນກັບປະສິດທິພາບໃນການຈຳກັດການແຜ່ລະບາດຂອງໂຄວິດ-19, ຄວາມສາມາດໃນການຄວ້າໂອກາດຈາກການຟື້ນຕົວຂອງການຄ້າສາກົນ ແລະ ປະສິດທິພາບຂອງລັດຖະບານໃນການສະໜັບສະໜູນທາງດ້ານງົບປະມານ ແລະ ການເງິນ.
ຜົນກະທົບທີ່ສຳຄັນໜຶ່ງຈາກວິກິດຄັ້ງນີ້ຄື ຄວາມທຸກຍາກໃນພາກພື້ນເມື່ອປີ 2020 ບໍ່ຫລຸດລົງ ເຊິ່ງເປັນຄັ້ງທຳອິດໃນຮອບຫລາຍທົດສະວັດ ປະຊາກອນປະມານ 32 ລ້ານຄົນ ໃນພາກພື້ນບໍ່ສາມາດອອກຈາກຄວາມທຸກຍາກໄດ້ (ເສັ້ນຄວາມທຸກຍາກ 5,50 ໂດລາຕໍ່ວັນ).
ນອກຈາກນີ້, ແທນທີ່ຈະຫລຸດການຊ່ວຍເຫລືອ ຫລື ຂຶ້ນພາສີກ່ອນເວລາທີ່ຄວນ, ພາກລັດປະເທດຕ່າງໆຄວນໃຫ້ຄຳໝັ້ນຈະຢຶດຖືວິໄນ ແລະ ດຳເນີນການປະຕິຮູບເພີ່ມປະສິດທິພາບໃນອະນາຄົດ ເຊິ່ງບາງປະເທດໄດ້ເລີ່ມວາງແຜນມາດຕະການຮັດສາຍແອວທາງການເງິນທີ່ຈະຕ້ອງມີການຫລຸດການໃຊ້ຈ່າຍ ຫລື ເພີ່ມລາຍໄດ້ ລວມທັງການອອກກົດເກນທາງການເງິນ, ລັດຖະບານຍັງສາມາດຢຶດໝັ້ນຈະຄ່ອຍໆຕັດການໃຊ້ຈ່າຍທີ່ສິ້ນເປືອງ ແລະ ຫລຸດຖອຍເຊັ່ນ: ການອຸດໜູນເຊື້ອໄຟມີອັດຕາສູງເຖິງ 0,25% ຂອງ GDP ໃນຈີນ, 0,3% ໃນອິນໂດເນເຊຍ, 0,5% ໃນຫວຽດນາມ ແລະ 1,3% ໃນມາເລເຊຍ.