11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້

11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - 030102 2021 - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້
11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - kitchen vibe - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້

11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - 010102 2021 300x169 - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້

  1. ຕື່ນເຊົ້າມາສະບາຍດີຕົນເອງ, ຂອບໃຈຕົນເອງທີ່ຍັງໃຊ້ຊີວິດຢ່າງດີມາຕະຫລອດປີ.
  2. ກອດ, ຂອບໃຈຜູ້ໃຫ້ກຳເນີດ ແລະ ລ້ຽງດູ ເພາະວັນເກີດກໍແມ່ນວັນໃຫ້ກຳເນີດ.
  3. ກິນອາຫານທີ່ມີຄຸນຄ່າ ທັງທາງຮ່າງກາຍ ແລະ ຈິດໃຈ.
  4. ຖ່າຍຮູບເກັບໄວ້ເບິ່ງທຸກປີ ໃຫ້ເຫັນວ່າເຮົາເຕີບໃຫຍ່ຂຶ້ນເທົ່າໃດ ເພາະຮອຍຫ່ຽວຍານ ແລະ ຮອຍຕີນກາເທິງໃບໜ້າເທົ່າກັບປະສົບການຊີວິດ.
  5. ຫາຍໃຈເຂົ້າ-ອອກຍາວໆ ລະນຶກຕົນສະເໝີວ່າໃຫ້ຄິດດີ, ເວົ້າດີ ແລະ ເຮັດດີ.
  6. ໃຊ້ເວລາຢູ່ກັບຄົນທີ່ຮັກ ບໍ່ຕ້ອງເນັ້ນປະລິມານ, ແຕ່ໃຫ້ເນັ້ນຄຸນນະພາບ ແລະ ຖ້າໄດ້ທັງ 2 ຢ່າງກໍຖືວ່າດີທີ່ສຸດ.
  7. ຍິ້ມຫລາຍໆ, ມີສຽງຫົວຫລາຍໆ, ເຮັດວຽກດ້ວຍຄວາມຮູ້ສຶກວ່າດີແທ້ໆທີ່ໄດ້ເຮັດໃຫ້ໂລກໜ່ວຍນີ້ດີຂຶ້ນ.
  8. ພັກທ່ຽງກິນເຂົ້າເປົ່າເຄັກກັບໝູ່ດ້ວຍອາລົມເບີກບານ.
  9. ເຂົ້າວັດ, ເຮັດບຸນບໍລິຈາກສິ່ງຂອງ, ແບ່ງປັນຫຍັງກໍໄດ້, ແຕ່ຖ້າບໍ່ສະດວກກໍໂອນເງິນເຂົ້າບັນຊີມູນນິທິຜ່ານໂທລະສັບກໍໄດ້.
  10. ຫາເວລາອອກກຳລັງກາຍ, ພັກຜ່ອນຢູ່ກັບຕົນເອງແດ່ ເພື່ອໃຫ້ຮູ້ຈັກຕົນເອງໃຫ້ຫລາຍຂຶ້ນ.
  11. ເຂົ້ານອນຢ່າງມີຄວາມສຸກ ພ້ອມທັງເວົ້າກັບຕົນເອງວ່າ “ຂ້ອຍພຽງແຕ່ອາຍຸຫລາຍຂຶ້ນ ຂ້ອຍບໍ່ໄດ້ເຖົ້າ”.

11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - 050102 2021 300x200 - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້

ວັນເກີດທີ່ຜ່ານມາທ່ານເຮັດຫຍັງໄປແດ່ແລ້ວ ? ພະຍາຍາມສອນລູກໆໃຫ້ຄິດດີ, ເວົ້າດີ ແລະ ເຮັດດີໄປນຳ ບໍ່ສະເພາະແຕ່ໃນມື້ວັນເກີດເທົ່ານັ້ນ.

11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - 5 - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້
11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - 4 - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້
11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້ - 3 - 11 ສິ່ງທີ່ຄວນເຮັດໃນວັນເກີດ ແລະ ທຸກໆມື້