ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່

ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - get 23 1 - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່
ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - kitchen vibe - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ມີນານີ້ວ່າ ລັດຖະບານຫຼາຍປະເທດ ໃນສະຫະພັນເອີຣົບ ໃນຫຼາຍວັນທີ່ຜ່ານມາໄດ້ກ່າວເຕືອນເຖິງຄວາມອັນຕະລາຍທີ່ຄົນເຈັບຈະລົ້ນໂຮງໝໍ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ການພັນຊະນິດໃໝ່ ນັບມື້ເພີ່ມສູງຂຶ້ນ. ການແພ່ລະບາດຄັ້ງນີ້ ຕົ້ນຕໍແມ່ນການລະບາດຂອງເຊື້ອໄວຣັດກາຍພັນຊະນິດ  B.1.1.7, ຊຶ່ງເປັນສາຍພັນທີ່ພົບເຫັນເປັນຄັ້ງທຳອິດຢູ່ໃນ ອັງກິດ ຊຶ່ງມັນມີຄວາມສາມາດແພ່ລະບາດໄວທີ່ສຸດ.

ທີ່ຝຣັ່ງ, ບັນດາຫ້ອງສຸກເສີນໃນຂະນະນີ້ ກຳລັງປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 4.700 ຄົນ ຊຶ່ງເປັນການຕິດເຊື້ອສູງທີ່ສຸດນັບແຕ່ຕົ້ນປີນີ້ເປັນຕົ້ນມາ. ເຈົ້າໜ້າທີ່ສາທາລະນະສຸກ ຝຣັ່ງໃຫ້ຮູ້ວ່າ ໃນສອງວັນຄືວັນທີ 26-27 ມີນານີ້ , ຝຣັ່ງມີຜູ້ຕິດເຊື້ອໂຄວິດ-19 ໃນແຕ່ລະວັນຫຼາຍກວ່າ 42.000 ຄົນ.

ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - Visit Laos Visit SALANA BOUTIQUE HOTEL - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່
ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - Visit Laos Visit SALANA BOUTIQUE HOTEL - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່

ຢູທີ່ເຢຍລະມັນ ຈຳນວນຜູ້ຕິດເຊື້ອໃໝ່ ກໍພຸ່ງສູງຂຶ້ນເຊັ່ນດຽວກັນ. ອາທີດທີ່ຈະມາເຖິງນີ້ ເຢຍລະມັນຈະເອົາຢູ່ຫຼືບໍ່? ອີງຕາມຂໍ້ມູນລາຍງານໃນວັນທີ 28 ມີນາ ໃຫ້ຮູ້ວ່າ ປະເທດນີ້ມີຜູ້ເສຍຊີວິດ 90 ຄົນ ແລະ ມີຜູ້ຕິດເຊື້ອໃໝ່ 17.176 ຄົນຈາກ ເຊື້ອໄວຣັດກາຍພັນຊະນິດໃໝ່.

ໂຮງໝໍໃນປະເທດ ໂປໂລຍ ກໍກຳລັງຮັບມືກັບຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດນັບແຕ່ມື້ເກີດໂຄວິດ-19 ຂຶ້ນມາ,​ຈຳນວນຜູ້ຕິດເຊື້ອໃໝ່ໃນສອງສາມວັນທີ່ຜ່ານມາ ພຸ່ງຂຶ້ນກາຍຫຼັກ 35.100 ຄົນຕໍ່ວັນ. ຢູ່ທີ່ ຢູເຄຣນ ມີຜູ້ເຂົ້າໂຮງໝໍໃນຮອບ 24 ຊົ່ວໂມງ 5.052 ຄົນ ແລະ ເສຍຊີວິດ 203 ຄົນ.

ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - 3 - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່
ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - 4 - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່
ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່ - 5 - ໄວຣັດໂຄວິດ-19 ກາຍພັນຄຸກຄາມບັນດາປະເທດໃນ ເອີຣົບ ຮອບໃໝ່