ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ

ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ - 072801 2021 - ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ
ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ - kitchen vibe - ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ
  • ໝາກກີວີ່ ມີຫລາຍຊະນິດ ນອກຈາກຈະມີສີຂຽວແລ້ວ ຍັງມີສີເຫລືອງ ໂດຍໝາກກີວີ່ທັງ 2 ຊະນິດມີວິຕາມິນ C ຫລາຍ ຫາກປຽບທຽບກັບໝາກໄມ້ຊະນິດອື່ນ ຈາກຜົນການວິໄຈພົບວ່າ : ໝາກກີວີ່ 1 ໜ່ວຍ ມີວິຕາມິນ C ຫລາຍກ່ວາໝາກກ້ຽງເຖິງ 74%. ການກິນໝາກກີວີ່ເປັນປະຈຳ ຈະເຮັດໃຫ້ຮ່າງກາຍໄດ້ຮັບວິຕາມິນ C ໃນປະລິມານທີ່ພຽງພໍ ເຮັດໃຫ້ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບ ຊ່ວຍສົ່ງເສີມລະບົບພູມຕ້ານທານຂອງຮ່າງກາຍ, ປ້ອງກັນໄຂ້ຫວັດ, ເຮັດໜ້າທີ່ຟື້ນຟູຮ່າງກາຍພາກສ່ວນທີ່ເສື່ອມສະພາບ, ກະຕຸ້ນການສ້າງແຊນໃໝ່ໆຂຶ້ນມາທົດແທນ.
  • ບຳລຸງສຸຂະພາບແມ່ມານ : ໃນໝາກກີວີ່ອຸດົມໄປດ້ວຍໂຟເລດ ມີສັບພະຄຸນໃນການສ້າງສານພັນທຸກຳ ເຊິ່ງເປັນສານຈຳເປັນສຳລັບລູກ ແລະ ແມ່ທີ່ກຳລັງຖືພາ ເນື່ອງຈາກຮ່າງກາຍຕ້ອງການແຊນໃໝ່ຈຳນວນຫລາຍ. ການກິນໂຟເລດຢ່າງຕໍ່ເນື່ອງໃນລະຫ່ວາງການຖືພາ ຈະຊ່ວຍບຳລຸງແຊນເມັດເລືອດໃຫ້ແຂງແຮງ. ໝາກກີວີ່ທຽບກັບໝາກໄມ້ອື່ນ ເຊັ່ນ : ໝາກກ້ວຍ, ໝາກມ່ວງ, ໝາກແອັບເປິ້ນ ຈະມີໂຟເລດຫລາຍກ່ວາໝາກກ້ວຍ 49%, ຫລາຍກ່ວາໝາກມ່ວງ ແລະ ໝາກແອັບເປິ້ນ 8%.

ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ - 102801 2021 300x200 - ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ

  • ເຕັມໄປດ້ວຍວິຕາມິນ E : ສານຕ້ານອະນຸມູນອິດສະລະໂຕໜຶ່ງທີ່ມີປະສິດທິພາບສູງ ຊ່ວຍຕໍ່ຕ້ານຄວາມເຖົ້າໄດ້ດີ ກໍແມ່ນວິຕາມິນ E ເພາະມີສັບພະຄຸນທີ່ຊ່ວຍຫລຸດຄວາມເສື່ອມຂອງແຊນຕ່າງໆໃນຮ່າງກາຍ. ວິຕາມິນ E ຍັງມີປະໂຫຍດໃນດ້ານການຫລຸດລະດັບຄໍເລສເຕີໂຣນ, ເຮັດໃຫ້ການໄຫລວຽນຂອງເລືອດເປັນປົກກະຕິ. ຈາກການສຶກສາພົບວ່າໝາກກີວີ່ສີເຫລືອງ ມີປະລິມານວິຕາມິນ E ສູງສຸດ ໂດຍມີວິຕາມິນ E ຫລາຍກ່ວາໝາກມ່ວງ 1 ເທົ່າ.
  • ມີໄຟເບີຫລາຍ : ເສັ້ນໄຍອາຫານໃນໝາກກີວີ່ນັ້ນດີຕໍ່ລະບົບຮ່າງກາຍໃນຫລາຍດ້ານ ເມື່ອກິນໄປແລ້ວຈະເຮັດໃຫ້ຮູ້ສຶກອີ່ມ ເຮັດໃຫ້ກິນອາຫານໃນປະລິມານໜ້ອຍລົງ. ນອກຈາກນີ້, ຍັງຊ່ວຍເຮັດຄວາມສະອາດລຳໄສ້, ເຮັດໃຫ້ການຍ່ອຍອາຫານມີປະສິດທິພາບດີຂຶ້ນ, ຫົວໃຈແຂງແຮງ. ໝາກກີວີ່ມີປະລິມານໄຟເບີຫລາຍກ່ວາໝາກກ້ວຍ ແລະ ໝາກແອັບເປິ້ນ.
  • ຊ່ວຍເພີ່ມພະລັງງານ : ການກິນໝາກກີວີ່ເໝາະສົມກັບຜູ້ທີ່ຢາກໃຊ້ພະລັງງານໃນການອອກກຳລັງກາຍ ເນື່ອງຈາກໃນໝກກີວີ່ມີໂປຕັສຊຽມຫລາຍ ເຮັດໃຫ້ຮ່າງກາຍມີຄວາມແຂງແຮງຫລາຍຂຶ້ນ, ສົ່ງເສີມການເຮັດວຽກຂອງກ້າມຊີ້ນ, ເຮັດໃຫ້ກ້າມຊີ້ນເກີດການຟື້ນຟູໄດ້ໄວຂຶ້ນ. ນອກຈາກນີ້, ໝາກກີວີ່ຍັງເຕັມໄປດ້ວຍສານອາຫານອື່ນໆອີກຫລາຍຊະນິດ ເຊັ່ນ : ວິຕາມິນ E, ວິຕາມິນ C, ໄຟເບີ, ມີສານຕ້ານອະນຸມູນອິດສະລະຫລາຍ.
ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ - 5 - ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ
ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ - Visit Laos Visit SALANA BOUTIQUE HOTEL - ກີວີ່ ໝາກໄມ້ຫລາຍປະໂຫຍດ ທີ່ຄົນຮັກສຸຂະພາບຕ້ອງກິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!