ລັດຖະບານ ສ.ເກົາຫລີ ຖືກວິຈານວ່າອາໄສ COVAX ຫລາຍເກີນໄປ ຈົນແຜນສັກວັກຊີນໂຄວິດ-19 ຊັກຊ້າ


ສ.ເກົາຫລີ ເລັ່ງເຈລະຈາຜູ້ຜະລິດວັກຊີນ ຫລັງວັກຊີນທີ່ໄດ້ຮັບຈາກໂຄງການໂຄແວກອາດບໍ່ເປັນໄປຕາມແຜນ.
ວັນທີ 1 ເມສາ 2021, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: ສ.ເກົາຫລີ ກຳລັງປະສົບບັນຫາການກະກຽມວັກຊີນປ້ອງກັນພະຍາດໂຄວິດ-19 ຫລັງຈາກໂຄງການໂຄແວກ (COVAX) ຫລຸດຈຳນວນວັກຊີນທີ່ຈະສົ່ງມອບ ຈົນກະທົບຕໍ່ແຜນການສັກວັກຊີນໃຫ້ປະຊາກອນອາດແກ່ຍາວອອກໄປ.
ກ່ອນໜ້ານີ້, ອົງການອະນາໄມໂລກ ຫລື WHO ໄດ້ອອກມາຍ້ອງຍໍ ສ.ເກົາຫລີ ທີ່ຕັດສິນໃຈຮັບວັກຊີນຜ່ານໂຄງການ, ແຕ່ຕອນນີ້ພວກເຂົາພັດຖືກວິພາກວິຈານຈາກປະຊາຊົນໃນປະເທດ ທີ່ລັດຖະບານອາໄສວັກຊີນຈາກໂຄງການນີ້ຫລາຍເກີນໄປ.
ນອກຈາກ ສ.ເກົາຫລີແລ້ວ, ອິນໂດເນເຊຍ, ຟີລິບປິນ ແລະ ຫວຽດນາມ ກໍໄດ້ຮັບຜົນກະທົບຈາກຄວາມຊັກຊ້າໃນການສົ່ງມອບວັກຊີນເຊັ່ນກັນ ເຊິ່ງເປັນຜົນມາຈາກອິນເດຍຢຸດການສົ່ງອອກວັກຊີນຊົ່ວຄາວ.
ກ່ອນໜ້ານີ້ໃນເດືອນກຸມພາ, ສ.ເກົາຫລີ ຈຳເປັນຕ້ອງຫລຸດເປົ້າໝາຍການສັກວັກຊີນພາຍໃນໄຕມາດທຳອິດລົງ ຈາກ 1,3 ລ້ານຄົນ ເຫລືອ 750.000 ຄົນ ຫລັງມີການປ່ຽນແປງຈຳນວນວັກຊີນ AstraZeneca ທີ່ໄດ້ຮັບຈາກໂຄແວກລົງ.
ຫລ້າສຸດ, ໂຄແວກໄດ້ຫລຸດຈຳນວນວັກຊີນລົງອີກໃນອາທິດນີ້ ຈາກທີ່ຈະໄດ້ຮັບ 690.000 ໂດສ ເຫລືອພຽງ 432.000 ໂດສ ແລະ ອາດຕ້ອງລໍຖ້າໄປຈົນຮອດອາທິດທີ 3 ຂອງເດືອນເມສາ.
ເຫດການທີ່ເກີດຂຶ້ນເຮັດໃຫ້ທ່ານ ອີຍອງໂຮ ສະມາຊິກສະພາແຫ່ງຊາດຂອງ ສ.ເກົາຫລີ ທີ່ເປັນກຳມາທິການສາທາລະນະສຸກ ແລະ ສະຫວັດດີການ ອອກມາຮຽກຮ້ອງໃຫ້ລັດຖະບານຫາທາງອອກ ໂດຍຢຸດສົ່ງອອກວັກຊີນທີ່ຜະລິດພາຍໃນປະເທດ ຫລື ໃຊ້ວິທີພິເສດອື່ນໆ ທີ່ສາມາດນຳເຂົ້າວັກຊີນໄດ້ຕາມແຜນເກົ່າ.
ສ່ວນໜ່ວຍງານສາທາລະນະສຸກຂອງ ສ.ເກົາຫລີ ຢືນຢັນວ່າ: ຈະບໍ່ພິຈາລະນາຢຸດການສົ່ງອອກ, ແຕ່ຈະໃຊ້ວິທີເຈລະຈາກັບຜູ້ຜະລິດ ແລະ ຈັດຈຳໜ່າຍວັກຊີນແທນ.
ສ.ເກົາຫລີ ຖືເປັນປະເທດຮັ່ງມີບໍ່ເທົ່າໃດປະເທດທີ່ເລືອກຮັບວັກຊີນຈາກໂຄງການໂຄແວກ. ຂະນະທີ່ປະເທດມະຫາອຳນາດອື່ນຕ່າງພະຍາຍາມສັ່ງຈອງວັກຊີນໃຫ້ໄດ້ຫລາຍທີ່ສຸດ ເພື່ອສັກໃຫ້ປະຊາກອນຂອງຕົນເອງກ່ອນ, ແຕ່ທາງລັດຖະບານຍັງຢືນຢັນວ່າຈະຍັງສັກວັກຊີນໃຫ້ປະຊາກອນຕາມແຜນເກົ່າ ໂດຍພາຍໃນໄຕມາດທີ 2 ນີ້ຈະໄດ້ຮັບວັກຊີນທີ່ສັ່ງຈອງໂດຍກົງຈາກໄຟເຊີ 6 ລ້ານໂດສ ແລະ ແອສຕຣາເຊນເນກ້າອີກ 7 ລ້ານໂດສ ຖ້າຂະບວນການບໍ່ຊັກຊ້າໄປອີກ.
ອ້າງອີງ: