ຮອງນາຍົກ ສະເໜີໃຫ້ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຜູ້ໃໝ່ ເອົາໃຈໃສ່ 4 ບັນຫາ
Keoຂ່າວພາຍໃນ
ເນື່ອງໃນໂອກາດເຂົ້າຮ່ວມພິທີມອບ-ຮັບລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 1 ເມສານີ້ ທີ່ກະຊວງດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີໃຫ້ທ່ານລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ສຶກສາທິການ ແລະ ກິລາ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:
1/. ໃຫ້ການນຳທຸກຂັ້ນຕ້ອງເປັນເອກະພາບສູງນຳຂັ້ນເທິງບົນພື້ນຖານນັ້ນ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກ ຢູ່ແຕ່ລະກົມກອງ, ພະແນກການ ແລະ ບັນດາໂຮງຮຽນຂັ້ນຕ່າງໆ ທີ່ຂຶ້ນກັບກະຊວງ ເພື່ອໃຫ້ທຸກຄົນເຂົ້າໃຈດີ ແລະ ຮັບຮູ້ຢ່າງທົ່ວເຖິງ ກ່ຽວກັບປ່ຽນແປງດັ່ງກ່າວ ຕ້ອງເດັດດ່ຽວສະກັດກັ້ນບໍ່ໃຫ້ມີການສວຍໂອກາດ ເພື່ອໃສ່ຮ້າຍປ້າຍສີທັບຖົມ, ໂຈມຕີກັນໃນທາງບໍ່ດີ. ດ້ານດີທີ່ພ້ອມກັນຍາດມາໄດ້ໃນການນຳພາຈັດຕັ້ງປະຕິບັດຜ່ານມາ ກໍ່ໃຫ້ຍ້ອງຍໍ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂື້ນເລື້ອຍໆ; ສ່ວນດ້ານອ່ອນ ແລະ ຄົງຄ້າງ ໃຫ້ພ້ອມກັນເດັດດ່ຽວດັດແປງແກ້ໄຂໃຫ້ຕົກໄປ ເພື່ອພ້ອມກັນສືບຕໍ່ນຳພາພະນັກງານ ແລະ ສະມາຊິກພັກ ໃນທົ່ວກະຊວງ ຕັ້ງໜ້າແຂ່ງຂັນກັນ ສ້າງຂະບວນການດ້ານຕ່າງໆ ໃຫ້ມີການ ຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງ ສຶກສາທິການ ແລະ ກິລາ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງກະຊວງໄດ້ວາງອອກໃຫ້ປະກົດຜົນເປັນຈິງ.
2/. ເອົາໃຈເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອໃນການປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນໃນຂົງເຂດການສຶກສາ ແລະ ການກິລາ. ສືບຕໍ່ເອົາໃຈໃສ່ໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍ, ເລ້ຫຼ່ຽມ ແລະ ຖ້ອຍທຳນອງໃສ່ຮ້າຍປ້າຍສີ, ປ່ັນປ່ວນ, ແບ່ງແຍກພາຍໃນຄະນະນຳ ກໍຄືພາຍໃນຄະນະພັກ ຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍ ພວກເຮົາຕະຫລອດເວລາ.
3/. ໃຫ້ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ຂອງກະຊວງພວກສະຫາຍ ໂດຍສະເພາະມູນເຊື້ອຄວາມສາມັກຄີເປັນເອກະພາບລະດັບສູງພາຍໃນຄະນະພັກ-ຄະນະນຳ ສືບຕໍ່ເປັນຫຼັກເປັນແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານສະມາຊິກພັກ; ພ້ອມນັ້ນ, ຈະຕ້ອງໄດ້ຊ່ວຍ ແລະ ໃຫ້ການຮ່ວມມື ສະໜັບສະໜູນ ທ່ານ ພຸດ ສິມມາລາວົງ ທີ່ຈະເປັນໃຈກາງນຳພາ-ຊີ້ນຳ ຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ ໃນນາມເປັນເລຂາຄະນະພັກກະຊວງ ກໍຄືລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຜູ້ໃໝ່. ສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ ປັບປຸງ ແລະ ປະຕິບັດລະບອບ, ແບບແຜນ ວິທີເຮັດວຽກທີ່ມີວິທະຍາສາດ, ປະຕິບັດລະບອບປະຊຸມປືກສາຫາລື ສ່ອງແສງລາຍງານພາຍຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາ ພະນັກງານສະມາຊິກພັກ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນຂົງເຂດການສຶກສາທິການ ແລະ ກິລາ ໃຫ້ນັບມື້ໄດ້ຮັບຜົນສຳເລັດດີຂື້ນເລື້ອຍໆ.
4/. ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມເປົ້າໝາຍ ທີ່ກອງປະຊຸມໃຫຍ່ກະຊວງໄດ້ວາງໄວ້ເປັນຕົ້ນ: ສຸມໃສ່ຢຶດໝັັ້ນ ແລະ ເສີມຂະຫຍາຍແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການ ຂອງພັກໃຫ້ ລົງເລິກເຖິງຖອງ ສ້າງພັກໄປຕາມແນວທາງນະໂຍບາຍພັກ-ລັດ; ບຳລຸງກໍໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ ທົ່ວຂົງເຂດສຶກສາ ແລະ ກິລາ; ປັບປຸງຄວາມຮູ້ທາງດ້ານວິຊາການ ແລະ ທັກສະດ້ານການສິດສອນຂອງຄູສອນຊັັ້ນປະຖົມສຶກສາ ໂດຍໃຫ້ບູລິມະສິດໃນການຈັດສັນຊັບພະຍາກອນທີ່ມີ ໃສ່ວຽກງານປະຖົມສຶກສາ; ສະໜອງການສຶກສາຫຼັງຂັັ້ນພື້ນຖານທີຶ່ມີຄຸນນະພາບ ໂດຍສະເພາະໃນຊັັ້ນມັດທະຍົມສຶກສາຕອນປາຍ, ອາຊີວະສຶກສາ ແລະ ການສຶກສາຊັັ້ນສູງ ເພືຶ່ອປະກອບສ່ວນເຂົ້າ ແລະ ສະໜັບສະໜູນບັນດາບູລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກິລາ ໃນທຸກລະດັບ ເພືຶ່ອປັບປຸງປະສິດທິພາບ, ປະສິດທິຜົນ; ສຸມໃສ່ຫຼຸດຜ່ອນຄວາມແຕກໂຕນກັນ ໃນການພັດທະນາການສຶກສາ ແລະ ກິລາ ໃນຕົວເມືອງ ແລະ ຊົນນະບົດ; ສືບຕໍໍ່ກໍໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ-ກາຍະກຳໃຫ້ມີຄຸນະພາບ ແລະ ສາມາດແຂ່ງຂັນ ກັບພາກພື້ນ ແລະ ສາກົນໄດ້ເທືຶ່ອລະກ້າວ.